ເຮັດອາຊີບປູກຝັງ-ລ້ຽງສັດ​ ສາມາດສ້າງລາຍຮັບເຂົ້າຄອບຄົວປີລະ​ 100​ ລ້ານກວ່າ​ກີບ​ ກາຍເປັນຄອບຄົວຕົວແບບຂອງບ້ານ

116

ຍ້ອນໄດ້ເຂົ້າຮ່ວມຝືກອົບຮົມ​ ແລະ​ ມີຄວາມມັກຮັກໃນອາຊີບການປູກຝັງ-ລ້ຽງສັດ ຈຶ່ງກັບມາເຮັດການປູກຝັງ-ລ້ຽງສັດ ປັດຈຸບັນສາມາດສ້າງລາຍຮັບເຂົ້າຄອບຄົວ​ ປີລະ 100 ລ້ານກວ່າ​ ກາຍເປັນຊາວໜຸ່ມຕົວແບບດ້ານການປູກຝັງ-ລ້ຽງສັດ​ ຂອງບ້ານ.​

ທ່ານ ຂວັນໃຈ ຄຳຜາສຸກ, ອາຍຸ 40 ປີ, ອາຊີບປະຊາຊົນ, ຢູ່ບ້ານແກ້ງ, ເມືອງຄູນຄໍາ, ແຂວງຄຳມ່ວນ ພ້ອມທັງເປັນຮອງເລຂາໜ່ວຍຊາວໜຸ່ມບ້ານ, ເປັນຊາວໜຸ່ມຕົວແບບດ້ານການປູກຝັງ- ລ້ຽງສັດ, ຈາກການໃຫ້ຂໍ້ມູນຂອງ ສະຫາຍ ຂວັນໃຈ ວ່າ: ກ່ອນຈະເລີ່ມລົງມືປູກຜັກກະລໍ່າ, ໝາກໂມ, ໜາກເຄືອ ແລະ ໝາກເຜັດ ນັ້ນ ຕົນເອງມີຄວາມມັກຮັກໃນອາຊີບການປູກຝັງ-ລ້ຽງສັດ ຢູ່ແລ້ວ ແຕ່ຍັງບໍ່ມີຄວາມຮູ້ທາງດ້ານເຕັກນິກວິທີການ ຕົນເອງໄດ້ມີໂອກາດ ເຂົ້າຮ່ວມຝຶກອົບຮົມການປູກ-ການລ້ຽງ ໄລຍະເວລາ 3 ວັນ ຢູ່ທີ່ເມືອງລອງຊານ ແຂວງໄຊສົມບູນ ທີ່ທາງຄະນະຊາວໜຸ່ມແຂວງຄໍາມ່ວນ ເປັນຜູ້ຈັດສົ່ງຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມ ຫຼັງຈາກສຳເລັດການຝຶກອົບຮົມກັບມາບ້ານຈຶ່ງມີແນວຄວາມຄິດລິເລີ່ມ ປູກຜັກກະລໍາ, ໝາກເຜັດ, ໝາກເຂືອ ແລະ ໜາກໂມ ເຫັນໄດ້ວ່າ: ຕະຫລາດໃນການຈໍາໜ່າຍແມ່ນດີຫລາຍ ໃນແຕ່ລະມື້ຈະມີແມ່ຄ້າມາຮັບຊື້ ຈາກສວນເລີຍ ນອກຈາກແມ່ຄ້າມາຮັບຊື້ແລ້ວ ກະຍັງຂາຍໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄ້ຽງ.

ປະຈຸບັນແມ່ນ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ສະເລ່ຍລາຍຮັບແມ່ນ 110 ລ້ານກີບ/ປີ ບວກໃສ່ກັບການຂາຍສັດລ້ຽງເປັນຕົ້ນ: ແບ້, ງົວ, ຄວາຍ ແລະ ໜູ ຕໍ່ກັບລາຍຮັບດັ່ງກ່າວເຮັດໃຫ້ເສດຖະກິດຄອບຄົວຂອງຂ້າພະເຈົ້າດີຂຶ້ນເທື່ອລະກ້າວ ທັງນີ້ກໍ່ຍ້ອນຕົນເອງມີຄວາມດຸໜັ່ນຂະຫຍັ່ນພຽນ ຈື່ງຖືເອົາການປູກຝັງ- ລ້ຽງສັດ ເປັນກິດຈະກຳຫຼັກໃຫ້ແກ່ຄອບຄົວ ເພື່ອສ້າງເສດຖະກິດຄອບຄົວ ກ້າວໜ້າຮັ່ງມີເຂັ້ມແຂງ ຂື້ນໄປເລື້ອຍໆ.

່ຂ່າວ: ຄຊປລ