ວຽງຈັນ ຫຼື ນະຄອນຫຼວງ ຈະຄວ້າຫຼຽນຄໍາ ຊຽງຂວາງເກມ 21 ທັນວານີ້ຮູ້ຜົນ

51

ການແຂ່ງຂັນເຕະບານຊາຍ ໃນງານຊຽງຂວາງເກມ 2022 ໄດ້ຄູ່ຊີງຊະນະເລີດເປັນທີ່ຮຽບຮ້ອຍ ເປັນແຂວວຽງຈັນ ທີ່ດວນຈຸດໂທດດັບຝັນ ແຂວງເຊກອງ ເຂົ້າຮອບຊີງຊະນະເລີດໄປພົບກັບ ນະຄອນຫຼວງວຽງຈັນ ທີ່ດັບຝັນເຈົ້າພາບ ຊຽງຂວາງ ໃນຮອບ 4 ທີມສຸດທ້າຍ ເມື່ອວັນທີ 19 ທັນວາ 2022 ທີ່ສະໜາມໄຫຫີນ ແຂວງຊຽງຂວາງ.

ຮອບ 4 ທີມສຸດທ້າຍ ແຂວງວຽງຈັນ ພົບກັບ ແຂວງເຊກອງ ຄູ່ນີ້ ເວລາປົກກະຕິ 90 ນາທີ ບໍ່ມີປະຕູເກີດຂຶ້ນ ແຂວງວຽງຈັນ ເສບປຽບຜູ້ຫລິ້ນ 1 ຄົນ ໄດ້ບັດແດງທ້າຍເຄິ່ງເວລາທີສອງ ແຕ່ຢັນສະເໝີໃນເວລາ 90 ແລະ ການຕໍ່ເວລາພິເສດອີກ 30 ນາທີກໍຍັງເຮັດຫຍັງບໍ່ໄດ້ ຕ້ອງມາດວນຈຸດໂທດຕັດສິນຫາທີມຊະນະ ແລະ ເປັນແຂວງວຽງຈັນ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ ແຂວງເຊກອງ 3-2 ແສງພະຈັນ ສວມບົດບາດຮີໂຣປ້ອງກັນຈຸດໂທດເຖິງ 3 ຄັ້ງຊ້ອນພາແຂວງວຽງຈັນ ເຂົ້າຫຼຽນຄໍາເປັນທີມທໍາອິດ.

ສ່ວນອີກຄູ່ໜຶ່ງຮອບ 4 ທີມສຸດທ້າຍ ນະຄອນຫລວງວຽງຈັນ ແຊັມບານເຕະແຫ່ງຊາດປີນີ້ ສ້າງຜົນງານໂດດເດັ່ນສາມາດຢໍ້າແຄ້ນ ເຈົ້າພາບ ແຂວງຊຽງຂວາງ ຮອງແຊ້ມບານເຕະແຫ່ງຊາດປີນີ້ 2-1 ໂດຍ ນະຄອນຫຼວງ ໄດ້ສອງປະຕູຈາກ ວິໄລ ກຸລັງສີ ນາທີໆ 46 ແລະ ໄຊຍະສິດ ກຸຫຼາບສະຫວັນ ນາທີ 76, ສ່ວນເຈົ້າພາບ ພະຍາຍາມເຕັມທີ່ມາໄດ້ປະຕູຈາກ ສຸລີ ຍັນລະສີ ນາທີ 84 ກ່ອນຈົບການແຂ່ງຂັນ.

ສໍາລັບ ມື້ສຸດທ້າຍຂອງການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຮອບຊີງຊະນະເລີດ ແຂວງວຽງຈັນ ພົບ ນະຄອນຫວງ ຈະແຂ່ງຂັນວັນທີ 21 ທັນວາ 2022 ເວລາ 15:45 ໂມງ ທີ່ສະໜາມໄຫຫີນ, ສ່ວນຄູ່ຊີງທີສາມ ແຂ່ງຂັນກ່ອນເວລາ 13:30 ໂມງ ແຂວງເຊກອງ ພົບ ຊຽງຂວາງ ເຈົ້າພາບ ຢູ່ສະໜາມໄຫກີນເຊັ່ນດຽວກັນ.
ຂ່າວ-ຮູບ: Larh Creators