ຄັ້ງປະຫວັດສາດ! ໄທເກີ ນັກເຕະເຍົາວະຊົນລາວ ພາທີມຄວ້າແຊັມຮອບຄັດເລືອກຄວ້າສິດໄປ ສະເປນ

183

ຄັ້ງປະຫວັດສາດຂອງເດັກນ້ອຍລາວ ເມື່ອ ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ນັກເຕະເຍົາວະຊົນລາວ ອາຍຸພຽງ 10 ທີ່ກ່ອນໜ້ານີ້ຖືກສະໂມສອນ Futboys ສະໂມສອນດັງໃນໄທ ດືງຕົວໄປຮ່ວມທີມ ເຂົ້າຮ່ວມແຂ່ງຂັນໃນລາຍການລະດັບນາໆຊາດ TAR Asia Qualifiers ( ຮອບຄັດເລືອກ ) ລະຫວ່າງວັນທີ 17-18 ທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ເຊິ່ງເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີ່ນ 11 ປີ ປາກົດວ່າ: ໄທເກີ ຍິງໄປ 4 ປະຕູ ແລະ ສົ່ງບານໃໝ່ໝູ່ຮ່ວມທທີມຍິງອີກຫຼາຍປະຕູ ເປັນສ່ວນສໍາຄັນສາມາດພາທິມຄວ້າແຊັມຮອບຄັດເລືອກ ແລະ ໄດ້ສິດໄປປະເທດສະເປນ ໂດຍແຂ່ງຂັນທີ່ເມືອງບາເຊໂລນາ ໃນເດືອນເມສາ 2022.

ພໍ່ຂອງ 2 ອ້າຍນ້ອງ ວິໄລກຸນ ໄດ້ເປີດເຜີນຕໍ່ Larh Creators ທີມຂ່າວເສດຖະກິດ-ການຄ້າຂອງພວກເຮົາວ່າ: ຖືເປັນໂອກາດຄັ້ງໃຫຍ່ຂອງລູກໆທັງສອງຄົນ ທີ່ໄດ້ໂອກາດຈາກ Futboys ສະໂມສອນດັງໃນປະເທດໄທ ເຂົ້າຮ່ວມລາຍການດັ່ງກ່າວ ເຊິ່ງເປັນລາຍການໃຫຍ່ທີ່ທາງ ລາລີກາ ສະເປນ ຈັດຂຶ້ນໃນລາຍການລະດັບເຍົາວະຊົນ ເຊິ່ງມີສະໂມສອນຊັ້ນນໍາ 32 ທີມທີ່ມີດີກຣີແຊ້ມຈາກຫຼາຍປະເທດເຂົ້າຮ່ວມໃນຮຸ່ນອາຍຸບໍ່ເກີນ 11 ປີ ໂດຍສະເພາະແມ່ນຍີ່ປຸ່ນ ໂດຍ ເອກກະລາດ ຜູ້ເປັນອ້າຍແມ່ນຈະໄດ້ລົງແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 11 ປີໃນລາຍການດັ່ງກ່າວ ໃນຖານະຕົວຫຼັກຂອງທີມ, ສ່ວນ ອານຸສັກ ວິໄລກຸນ ( ບຽວເກດ ) ຜູ້ເປັນນ້ອງອາຍຸພຽງ 7 ປີແມ່ນໄປຮ່ວມຝຶກຊ້ອມກັບຮຸ່ນ ກໍໄດ້ລົງແຂ່ງຂັນໃນທີມຊຸດ B ກໍສ້າງຜົນງານໂດດເດັ່ນ ແນ່ນອນກໍຕ້ອງຂໍຂອບໃຈທາງ Futboys ສະໂມສອນດັງໃນໄທ ທີ່ໃຫ້ໂອກາດເດັກນ້ອຍລາວ ໄປຮ່ວມທີມ ແລະ ຫາປະສົບການກັບລາຍການໃຫຍ່່ໆແບບນີ້.

ສໍາລັບ ລາຍການນີ້ມີເຖິງ 32 ທີມເຍົາວະຊົນໃນຮຸ່ນອາຍຸບໍ່ເກີນ 11 ປີຈາກຫຼາຍປະເທດໃນອາຊີເຂົ້າຮ່ວມ: Futboys ຢູ່ຮ່ວມກຸ່ມ C ( ກຸ່ມລະ 8 ທີມ ) ຮ່ວມກັບ ສະໂມສອນຈາກໄທ 6 ທີມ ແລະ ທີມແຊັມຈາກອິນໂດເນເຊຍ 1 ທີມ ຜ່ານການແຂ່ງຂັນປາກດວ່າ ໄທເກີ ນັກເຕະເຍົາວະຊົນລາວ ທີ່ຖືກດືງຕົວໄປຮ່ວມທີມກັບ Futboys ສ້າງຜົນງານຢ່າງໂດດເດັ່ນຍິງປະຕູໄດ້ເປັນກອບເປັນກໍາ ພາທີມເອົາຊະນະລວດ 7 ນັດໃນຮອບແບ່ງກຸ່ມຜ່ານເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມ.

ໂດຍຮອບ 16 ທີມ ໄທເກີ ຍັງຜົນງານໂດດເດັ່ນພາທີມເອົາຊະນະ Six Football ທີມດັງຈາກໄທ, ຜ່ານເຂົ້າຮອບ 8 ທີຊະນະ Thai Port FC, ຜ່ານເຂົ້າຮອບ 4 ທີມກໍເອົາຊະນະ Jaifa ທີມດັງຈາກໄທ ກ່ອນເຂົ້າຮອບຊີງຊະນະເລີດໄປພົບກັບ Pattaya Dolphins ທີມເຍົາວະຊົນເບີ 1 ຂອງປະເທດໄທ ປາກົດວ່າ: Futboys ສາມາດບຽດເອົາຊະນະ Pattaya Dolphins 2-1 ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງຂັນໃນຮອບສຸດທ້າຍທີ່ປະເທດສະເປນ ໃນເດືອນເມສານີ້

ກ່ອນໜ້ານີ້ 2 ນັກເຕະເຍົາວະຊົນລາວ ໄທເກີ ຫລື ເອກະລາດ ວິໄລກຸນ ຜູ້ເປັນອ້າຍຍິງໄປ 14 ປະຕູ (ແຮັດທຣິກໄດ້ 3 ນັດ ) ພາ Futboys ສະໂມສອນດັງໃນໄທ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 10 ຄວ້າແຊັມເຮັດໃຫ້ Futboys ສະໂມສອນດັງໃນໄທ ໄດ້ສິດເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ໂດຍ ໄທເກີ ຖືກດຶງຈາກສະໂມສອນ W.I.G NAGA ສະໂມສອນຈາກລາວ ໄປຫຼິ້ນໃຫ້ກັບທີມດັ່ງກ່າວ, ສ່ວນ ນ້ອງບຽວເກດ ຫຼື ອານຸສັກ ວິໄລກຸນ ຜູ້ເປັນນ້ອງຊາຍ ຍິງໄປ 26 ປະຕູ ( ເຮັດແຮັກທຣິກເກືອບທຸກນັດ ) ພາ SoutherBoy – W.I.G ( ປະສົມປະສານລະຫວ່າງ Fuyboys ທີມໄທ ກັບ W.I.G naga ທີມລາວ ) ຊະນະລວດແຕ່ຮອບຄັດເລືອກຈົນຮອດນັດຊີງ ຄວ້າແຊ້ມຮຸ່ນອາຍຸບໍ່ເກີນ 7 ປີໄປຄອງ.

ສໍາລັບ ໄທເກີ ປັດຈຸບັນອາຍຸພຽງ 10 ປີຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່ອນໜ້ານີ້ສ້າງຜົນງານຢ່າງໂດດເດັ່ນພາ W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ຄວ້າອັນດັບ 3 ໃນລາຍການແຊ້ມຊົນແຊ້ມ ລາຍການໃຫຍ່ທີ່ປະເທດໄທ ໃນເດືອນຕຸລາທີ່ຜ່ານມາ ແລະ ພາ Fuyboys ທີມຈາກໄທຄວ້າອັນດັບ 2 ໃນລາຍການທີ່ໄທ ເມື່ອເດືອນພະຈິກ ທີ່ຜ່ານມາ.

ສ່ວນ ບຽວເກດ ຜູ້ເປັນນ້ອງຊາຍ ອາຍຸພຽງ 7 ປີຜົນງານທີ່ຜ່ານມາເຄີຍພາ ມາສດ້າ ຈີບີ ເອັຟຊີ ສະໂມສອນເຍົາວະຊົນລາວ ຄວ້າແຊັມລາຍການ LaLiga Youth Tournament ທີ່ມາເລເຊຍ ໃນເດືອນກໍລະກົດ 2022 ພ້ອມກັບລາງວັນດາວຍິງສູງສຸດ ແລະ ກ່ອນໜ້ານີ້ກໍພາທີມຄວ້າແຊັມລາຍການແຊັມຊົນແຊັມ ໃນຮຸ່ນອາຍຸບໍ່ເກີນ 8 ປີທີ່ປະເທດໄທ ພ້ອມກັບລາງວັນດາວຍິງສູງສຸດ ແລະ ລາງວັນນັກເຕະດີເດັ່ນ ເມື່ອເດືອນຕຸລາ ທີ່ຜ່ານມາ.
ຂ່າວຈາກ:​ Larh Creators, ຮູບຈາກ: TAR Asia Qualifiers ແລະ Larh Creators