ຫຼຽນຄໍາທີ 2 ຂອງ ອາລິຍາ ມາແລ້ວເຊົ້ານີ້ຄວ້າແຊັມປະເພດ 50 ກິໂລແມັດຊາຍໃນຊຽງຂວາງເກມ

58

ຫຼຽນຄໍາທີ 2 ຂອງ ອາລິຍາ ພູມສະຫວັດ ນັກກີລາລົດຖີບທີມຊາດລາວ ຍາດໃຫ້ກັບເຈົ້າພາບ ແຂວງຊຽງຂວາງ ໃນການແຂ່ງຂັນຂີ່ລົດຖີບ ໃນຊຽງຂວາງເກມ ວັນທີ 17 ທັນວາ 2022 ຫຼັງເຂົ້າເສັ້ນໄຊເປັນຄົນທໍາອິດໃນປະເພດ ຈັບເວລາ ITT 50 ກິໂລແມັດຊາຍ.

ລາຍການດັ່ງກ່າວມີນັກກີລາເຂົ້າຮ່ວມຊີງໄຊ 4 ຄະນປາກົດວ່າ: ອາລິຍາ ເຂົ້າເສັ້ນໄຊເປັນຄົນທໍາອິດດ້ວຍເວລາ 1 ຊົ່ວໄມງ 21 ນາທີ 18 ວິນາທີ, ຄວ້າຫຼຽນຄໍາໄປຄອງ, ສ່ວນຫຼຽນເງິນຕົກເປັນຂອງ ສາຍລົມເຢັນ ຈາກບໍ່ແກ້ວ ເຂົ້າເສັ້ນໄຊ 1 ຊົ່ວໂມງ 24 ນາທີ 5 ວິນາທີ ແລະ ຫຼຽນທອງເປັນຂອງ ຟອງສະໝຸດ ຈາກແຂວງວຽງຈັນ ເຂົ້າເສັ້ນໄຊດ້ວຍເວລາ 1 ຊົ່ວໂມງ 28 ນາທີ 36 ວິນາ.​ຂະນະທີ່ ອັນດັບ 4 ເປັນຂອງ ເພັດສະໝອນ ຈາກແຂວງຄໍາມ່ວນ.

ສໍາລັບຫຼຽນຄໍາຄັ້ງນີ້ຂອງ ອະລິຍາ ພູສະຫວັດ ກໍເປັນຫຼຽນຄໍາທີ 2 ຕໍ່ຈາກ ທີ່ກ່ອນໜ້ານີ້ ລາຍການ ເປີຊຸດ (ຈັບເວລາ) 40 ກິໂລແມັດຊາຍ ໃນວັນທີ 16 ທັນວາ 2022
ພາບ-ຂ່າວ: ຄ. ຄົນທໍາມະດາ; ຮຽບຮຽງ: Larh Creators