ອາເມຣິກາ ຈະສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອຫຼາຍດ້ານໃນລາວ

76

ໃນອາທິດຜ່ານມາ ສະຖານທູດສະຫະລັດອາເມຣິກາ ໄດ້ຈັດກອງປະຊຸມຖະແຫຼງຂ່າວໂຕະມົນຂຶ້ນ ທີ່ສູນອາເມຣິກາທາດດຳ ກ່ຽວກັບຍຸດທະສາດອິນໂດ – ປາຊີຟິກ ແລະ ການພົວພັນຮ່ວມມືລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ໂດຍການຖະແຫຼງຂອງທ່ານ ນາງ ທ່ານ ຄາເມວ ພອນ ດໍສັນ ( Camille P.Dawson ) ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຫ້ອງການອາຊີຕາເວັນອອກ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

May be an image of 3 people and people standingທ່ານ ນາງ ຄາເມວ ພອນດໍສັນ ກ່າວບາງຕອນວ່າ: ນີ້ເປັນຄັ້ງທຳອິດຂອງຂ້າພະເຈົ້າ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ເຊິ່ງຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ສະຫະລັດອາເມຣິກາ ກັບ ສປປ ລາວ ແມ່ນມີຫຼາຍດ້ານທີ່ພວກເຮົາໄດ້ມີການພົວພັນຮ່ວມມືກັນ ແລະ ມີຫຼາຍດ້ານທີ່ຈະສືບຕໍ່ສ້າງຄວາມເຂັ້ມແຂງ ລວມທັງກັບພາກພື້ນອີກດ້ວຍ.

May be an image of 6 people, people standing, office and indoor

ການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ມີບັນຍາກາດທີ່ດີ ແລະ ມີປະສິດທິຜົນໃນຫຼາຍດ້ານ ໂດຍສະເພາະການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ລາວ ເຊິ່ງນັບແຕ່ປີ 1995 ເປັນຕົ້ນມາ ສະຫະລັດອາເມຣິກາ ໄດ້ປະກອບສ່ວນງົບປະມານຫຼາຍ ກວ່າ 310 ລ້ານໂດລາສະຫະລັດ ເຂົ້າໃນວຽກງານດັ່ງກ່າວ. ນອກນີ້, ສະຫະລັດອາເມຣິກາ ກໍໄດ້ສືບຕໍ່ຮ່ວມມືໃນວຽກງານໂພຊະນາການ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ການສ້າງຄວາມເຂັ້ມແຂງດ້ານວຽກງານກົດໝາຍ ແລະ ຂົງເຂດອື່ນເປັນຈໍານວນຫຼາຍໃນໄລຍະຜ່ານມາ.

May be an image of 1 person, standing, tree and outdoors

ແນວໃດກໍຕາມ, ສະຫະລັດ ອາເມຣິກາ ກໍເຫັນວ່າຍັງມີອີກຫຼາຍດ້ານທີ່ຢາກສືບຕໍ່ຮ່ວມມືກັບ ສປປ ລາວ ໂດຍສະເພາະການລົງທຶນໃສ່ການພັດທະນາໃນອະນາຄົດຂອງ ສປປ ລາວ ເປັນຕົ້ນແມ່ນການສະໜັບສະໜູນປັບປຸງພາກທຸລະກິດຂອງລາວໃຫ້ເຂັ້ມແຂງ, ຊຸກຍູ້ໃຫ້ຜູ້ປະກອບການ ຫຼື ນັກທຸລະກິດ ຂອງສອງປະເທດໄດ້ຮ່ວມມືກັນນັບມື້ຫຼາຍຂຶ້ນ.

May be an image of 12 people and outdoors

ນອກນີ້, ກໍຈະສ້າງເງື່ອນໄຂ ແລະ ໂອກາດທີ່ເອື້ອອໍານວຍຫຼາຍຂຶ້ນ ໃຫ້ແກ່ການຮ່ວມມືຂອງພາກປະຊາຊົນ ໂດຍເນັ້ນໃສ່ການສົ່ງເສີມການສຶກສາຂອງໄວໜຸ່ມ, ການແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວ ລະຫວ່າງ ປະຊາຊົນສອງປະເທດ ລວມເຖິງການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ການສ້າງຜູ້ນໍາໄວໜຸ່ມ.

May be an image of 11 people and people standingນອກຈາກນີ້ອາເມຣິກາ ຍັງມີຍຸດທະສາດ ໜຶ່ງທີ່ສຳຄັນກໍຄືຮ່ວມມືກັບກັບພາກພື້ນ ໃຫ້ກາຍເປັນພາກພື້ນແຫ່ງເຊື່ອມໂຍງເຊື່ອມຈອດ.

May be an image of 6 people, child, people standing, people sitting and indoor