ເບິ່ງບາງບັນຫາທີ່ ສະພາຕົວແແທນແຫ່ງສິນຜົນປະໂຫຍດຂອງປະຊາຊົນຢາກໃຫ້ລັດຖະບານແກ້ໄຂດ່ວນ

93

ພາຍຫຼັງລັດຖະບານໄດ້ລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ເງິນຕາ ຕໍ່ກອງປະຊຸມສະພາແຫ່ງຊາດ ອົງການທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ໂດຍໃຫ້ເອົາໃຈໃສ່ແກ້ໄຂບາງຂໍ້ຄົງຄ້າງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ໃຫ້ບັນລຸໄດ້ຕາມແຜນ ແລະທີ່ສຳຄັນບໍ່ໃຫ້ກະແຮງຕໍ່ການດຳລົງຊີວິດຂອງປະຊາຊົນ.

อาจเป็นรูปภาพของ สถานที่ในร่ม

ທ່ານຮອງປະທານສະພາແຫ່ງຊາດມີຄຳເຫັນວ່າ ໃຫ້ລັດຖະບານເອົາໃຈໃສ່ຕິດຕາມສະພາບເສດຖະກິດໂລກຢ່າງໃກ້ຊິດ, ຫັນເອົາສິ່ງທ້າທາຍເປັນກາລະໂອກາດໃນການພັດທະນາປະເທດ ເພື່ອມີມາດຕະການຮັບມືແຕ່ຫົວທີ ແລະ ທັນການ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນວຽກບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີຄວາມຄືບໜ້າຫຼາຍຂຶ້ນ.

No description available.
ເພື່ອຮັບປະກັນບໍ່ໃຫ້ປະເທດຂອງພວກເຮົາເຂົ້າສູ່ວິກິດ, ສະເໜີໃຫ້ລັດຖະບານເອົາໃຈໃສ່ສ້າງແຜນ ແລະ ຄົ້ນຄວ້າມາດຕະການໃນການຈັດຫາແຫຼ່ງທຶນກູ້ຢືມຈຳນວນ 41.152 ຕື້ກີບ ດ້ວຍການລະດົມແຫຼ່ງທຶນຈາກພາຍໃນເປັນຕົ້ນຕໍ, ຄົ້ນຄວ້າຂໍ້ສະເໜີຕໍ່ການປະຕິຮູບບັນດາລັດວິສາຫະກິດ ທີ່ຫຼຸບທຶນຢ່າງຈິງຈັງ, ເອົາໃຈໃສ່ແກ້ໄຂຜົນການກວດສອບ ແລະ ກວດກາຢ່າງເຂັ້ມງວດ ແລະ ເດັດຂາດຕາມກົດໝາຍ.

No photo description available.
ສະເໜີໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບຂອງຖານລາຍຮັບທີ່ມີຢູ່ປັດຈຸບັນ ໃຫ້ຄົບຖ້ວນຕາມມະຕິສະພາແຫ່ງຊາດ. ເອົາໃຈໃສ່ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມລວມທັງພາກລັດ, ເອກະຊົນ, ຜູ້ປະກອບການ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ປະຕິບັດນະໂຍບາຍການປະຢັດ ມັດທະຍັດ ດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງຄວາມຮັກຊາດໃຫ້ສູງຂຶ້ນ.

May be an image of road, cloud, tree and nature
ໃຫ້ລັດຖະບານເອົາໃຈໃສ່ ຄຸ້ມຄອງການລົງທຶນຂອງລັດຢ່າງເຂັ້ມງວດ, ລົງທຶນຕາມຄວາມສາມາດໃນການຊຳລະສະສາງເປັນຫຼັກ ເພື່ອແບ່ງປັນແຈກຢາຍ ແລະ ເອົາໃຈໃສ່ເພີ່ມອັດຕາສ່ວນການແກ້ໄຂໜີ້ສິນ ໃຫ້ໂຄງການສຳເລັດ 100%. ນອກຈາກນີ້, ໃຫ້ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຕາມເມືອງເປົ້າໝາຍ ທີ່ໄດ້ກຳນົດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

May be an image of one or more people and indoor

ເອົາໃຈໃສ່ຊຸກຍູ້ປະຕິບັດສັນຍາສະໜອງສິນຄ້າ, ພະລັງງານ ທີ່ ສປປລາວ ມີພັນທະກັບຕ່າງປະເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນການຊ່ວຍເຫຼືອ ແລະ ໂຄງການລົງທຶນຈາກຕ່າງປະເທດ ເພື່ອປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງສຸດ. ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດ ດ້ວຍກົດໝາຍ ໃຫ້ມີຜົນສັກສິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນທຸກຂົງເຂດຂອງສັງຄົມໃຫ້ໄປຕາມກົດໝາຍ, ຕາມຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມເຂັ້ມງວດ.