5 ອາຫານຕົວຊ່ວຍໃຫ້ຂັບຖ່າຍງ່າຍໃນຕອນເຊົ້າ

172

ໃນເວລາ 05:00 – 07:00 ໂມງ ເປັນເວລາຂອງລຳໄສ້ ໃຫຍ່ ຖ້າຍັງບໍ່ຍອມຂັບຖ່າຍແລ້ວປ່ອຍເວລາໃຫ້ກາຍມາຮອດ 07:00 – 09:00 ໂມງ ເຊິ່ງເປັນເວລາຂອງກະເພາະອາຫານ ແລ້ວບໍ່ຍອມກິນເຂົ້າເຊົ້າອີກ ຈາກລຳໄສ້ໃຫຍ່ທີ່ບໍ່ໄດ້ຂັບຖ່າຍອອກກ່ອນທ່ຽງ ອາດຈະງ່ວງນອນ ເພາະເລືອດບໍ່ສາມາດໄປລ້ຽງຫົວໃຈ ຫົວໃຈກໍອ່ອນລ້າ ບໍ່ສົດຊື່ນ, ມີກິ່ນຕົວ, ກິ່ນປາກ, ຕໍ່ມາເລືອດບໍ່ສາມາດໄປລ້ຽງປອດຈະຂັບອອກທາງຜິວໜັງ ແລະ ລົມຫາຍໃຈ.
ຕົນເອງບໍ່ຄ່ອຍໄດ້ກິ່ນ ແຕ່ຄົນອື່ນໄດ້ກິ່ນ ລວມໄປເຖິງອາດຈະຮູ້ສຶກປວດເຂົ່າ ແລະ ເມື່ອອາຍຸຫຼາຍຂຶ້ນກໍສ່ຽງເຮັດໃຫ້ເປັນລິດສີດວງນໍາອີກ.
ເຊື່ອວ່າຫຼາຍຄົນມີບັນຫາການຂັບຖ່າຍບໍ່ເປັນເວລາ. ມື້ນີ້ຈະມາແນະນໍາ 5 ອາຫານຕົວຊ່ວຍໃຫ້ຂັບຖ່າຍງ່າຍ ແລະ ຖ່າຍຄ່ອງໃນຕອນເຊົ້າ ເຊິ່ງຖືວ່າເປັນສິ່ງທີ່ດີຕໍ່ສຸຂະພາບ ແລະ ຮ່າງກາຍ, ໃນນີ້ຈະມີຫຍັງແດ່ນັ້ນເຮົາໄປເບິ່ງນຳກັນເລີຍ:
1, ນົມສົ້ມ ຫຼື ໂຢເກິດ

2. ດື່ມນໍ້າບໍລິສຸດທັນທີຫຼັງຕື່ນນອນ
3. ດື່ມນໍ້າໝາກໄມ້, ນໍ້າໝາກກ້ຽງ, ນໍ້າໝາກນາວ

4. ກິນໝາກໄມ້, ໝາກກ້ວຍ, ໝາກກ້ຽງ, ໝາກຫຸ່ງ…

5. ດື່ມກາເຟ ຕອນທ້ອງວ່າງ.

ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແບ່ງປັນໃຫ້ຄົນທີ່ເຈົ້າຮັກນໍາເດີ.
( ແຫຼ່ງຂໍ້ມູນໄດ້ມາຈາກ: https://www.sanook.com/health/17533/, ໝໍອຸ )
[ ຮຽບຮຽງ: ເມລີ/ ຮູບ: Google ]