ໂຣນັລໂດ ກາຍເປັນນັກເຕະຄົນທໍາອິດທີ່ຍິງປະຕູໃນບານໂລກ ໄດ້ເຖິງ 5 ສະໄໝນັບແຕ່ປີ 2006

103

ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ກາຍເປັນນັກເຕະຄົນທໍາອິດຂອງປະຫວັດສາດທີ່ຍິງປະຕູໃນບານໂລກ ໄດ້ຄົບ 5 ສະໄໝປະກອບດ້ວຍບານໂລກ 2006, 2010, 2014, 2018 ແລະ 2022 ຫຼັງຈາກນັດຫຼ້າສຸດຍິງ 1 ປະຕູຈາກຈຸດໂທດຊ່ວຍໃຫ້ ປ໊ອກຕຸຍການ ບຽດເອົາຊະນະ ການາ 3-2 ໃນບານໂລກ 2022 ນັດທໍາອິດຮອບແບ່ງກຸ່ມໆ H ເມື່ອວັນທີ 24 ພະຈິກ 2022.

ກ່ອນໜ້ານີ້ ໂຣນັລໂດ ຍິງປະຕູໃນໂລກໄດ້ 4 ຄັ້ງມາແລ້ວໂດຍສະຖິຕິທຽບເທົ່າກັບ ລິໂອເນລ ເມສຊີ ກອງໜ້າຂອງ ອາກຊັງຕິນ, ມິໂຣສລາຟ ໂຄລເຊ ຈາກເຢຍລະມັນ, ເປເລ ຈາກບຣາຊິນ ແລະ ອູເວ ຊີເລີ ຈາກເຢຍລະມັນ ແຕ່ປະຕູຫຼ້າສຸດເຮັດໃຫ້ ໂຣນັລໂດ ອາຍຸ 37 ປີກາຍເປັນນັກເຕະໃນປະຫວັດສາດບານໂລກ ທີ່ຍິງປະຕູໄດ້ 5 ຄັ້ງ ໂດຍຍິງໄດ້ 8 ປະຕູດັ່ງນີ້:

-ບານໂລກ 2006 ຍິງໄດ້ 1 ປະຕູ
-ບານໂລກ 2010 ຍິງໄດ້ 1 ປະຕູ
-ບານໂລກ 2014 ຍິງໄດ້ 1 ປະຕູ
-ບານໂລກ 2018 ຍິງໄດ້ 4 ປະຕູ
-ບານໂລກ 2022 ຍິງໄດ້ 1 ປະຕູແລ້ວຈາກນັດທໍາອິດ

ນອກນັ້ນ, ປະຕູດັ່ງກ່າວ ຍັງເຮັດໃຫ້ ໂຣນັລໂດ ຍິງໄປແລ້ວສ 188 ປະຕູໃຫ້ກັບທີມຊາດປ໊ອກຕຸຍການ ຈາກການລົງແຂ່ງຂັນທຸກລາຍການໃນ 192 ນັດ ໂດຍນັດຕໍ່ໄປ ໂຣນັລໂດ ມີນັດພາ ປ້ອກຕຸຍການ ລົງສະໜາມພົບກັບ ອູຣູກວາຍ ໃນເວລາ 2:00 ໂມງຂອງວັນທີ 29 ພະຈິກ 2022 ໃນການແຂ່ງຂັນບານໂລກ 2022 ນັດທີ 2 ຮອບແບ່ງກຸ່ມໆ H.