ປກສ ມາແລ້ວຈັດເຕັມ 6 ປະເພດກີລາເດີນທາງໄປຊຽງຂວາງ

384

ເຫັນແລ້ວຂົນຫໜາວລຸກວາບ ທັບນັກກິລາຈາກກຳລັງ ປກສ ຊຸດທຳອິດ ເພື່ອໄປຮ່ວມແຂ່ງຂັນ ກີລາແຫ່ງຊາດຄັ້ງທີ 11 ຢູ່ແຂວງຊຽງຂວາງ ເອີ້ນວ່າ ສະຫງ່າຜ່າເຜີຍອີຫຼີ ເພິ່ນສົ່ງໄປທັງໝົດ 6 ປະເພດກິລາ ເພື່ອຊີງຂັນນຳທຸກໆແຂວງ ເປັນກຳລັງໃຈໃຫ້ທຸກທີມເດີ້!

May be an image of 11 people, people standing and outdoors
ພິທີຈັດສົ່ງທັບນັກກີລາ ກະຊວງ ປກສ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະ ຈິກ 2022 ທີ່ສູນຝຶກອົບຮົມກົມໃຫຍ່ການເມືອງ ປກສ, ເຊິ່ງນໍາພານັກກີລາອອກເດີນທາງໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງກົມໃຫຍ່ການເມືອງ ປກສ ຮອງຫົວໜົວໜ້າຄະນະຮັບຜິດຊອບຊີ້ນໍາລວມກີລາ ກະຊວງ ປກສ, ພ້ອມດ້ວຍຄະນະ, ຄູຝຶກ ແລະ ບັນດານັກກີລາ ຈໍານວນ 42 ຄົນ ຍິງ 12 ຄົນ.

May be an image of 5 people, people standing and outdoors
ນັກກີລາທີ່ເດີນທາງອອກໄລຍະທີ 1 ມີ 6 ປະເພດກີລາ ຄື: ກີລາແລ່ນລານ, ມວຍປໍ້າ, ມວຍປັນຈັກສີລັດ, ມວຍສາກົນ, ມວຍເທຄັວນໂດ້ ແລະ ກີລາຍິງທະນູ.

May be an image of 7 people, people standing and outdoors

ເຊິ່ງເຂົ້າຮ່ວມສົ່ງທັບນັກກີລາໃນຄັ້ງນີ້, ມີ ພົຈວ ໝູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພາລາທິການກະຊວງ ປກສ ບັນດາຄະນະກົມ, ຊາວໝຸ່ມ ເຂົ້າຮ່ວມ, ໂດຍອວຍພອນໃຫ້ຄະນະນໍາ, ຄູຝືກຕະຫຼອດຮອດນັກກີລາ ຈົ່ງເດີນທາງດ້ວຍຄວາມປອດໄພ ແລະ ພ້ອມກັນຍາດເອົາໄຊຊະນະ ແລະ ຍາດເອົາຫຼຽນຕ່າງໆມາໃຫ້ກະຊວງ ປກສ.

May be an image of 1 person and outdoors