ພໍ່ພູມໃຈເມື່ອເຫັນລູກສາວ ສຸທາດາ 14 ປີອາຍຸນ້ອຍສຸດກວາດ 3 ຫຼຽນຄໍາຈາກລອຍນໍ້າ ຊຽງຂວາງ ເກມ

145

ນາງ ສຸທາດາ ດາວີໂອ ເງືອກນ້ອຍໄວ 14 ປີເຄີຍສ້າງຜົນງານໂດດເດັ່ນໃນການແຂ່ງຂັນ ຊີເກມ 2021 ທີ່ຜ່ານມາ ຫວຽດນາມ ຫຼ້າສຸດກາຍເປັນນັກກີລາຍິງອາຍຸນ້ອຍທີ່ສຸດທີ່ສາມາດກວາດ 3 ຫຼຽນຄຳ ແລະ 1 ຫຼຽນທອງ ໃຫ້ເຈົ້າພາບແຂວງຊຽງຂວາງ ໃນການແຂ່ງຂັນລອຍນໍ້າ ງານກີລາແຫ່ງຊາດຄັ້ງທີ 11 ພ້ອມທັງຊ່ວຍໃຫ້ເຈົ້າພາບ ແຂວງຊຽງຂວາງ ສ້າງປະຫວັດສາດຄອງເຈົ້າຫຼຽນຄໍາ ໃນກີລາລອຍນໍ້າປະຈໍາງານດັ່ງກ່າວ.

ເຊິ່ງ 3 ຫຼຽນຄຳ ທີ່ ນາງ ສຸທາດາ ດາວີໂອ ຄວ້າມາໄດ້ມາຈາກຈາກປະເພດລອຍນ້ຳທຳມະດາ 50 ແມັດຍິງ, ລອຍແມງກະເບື້ອ 50 ແມັດຍິງ, ລອຍທີມທຳມະດາປະສົມ 4×100 ແມັດ ຍິງ-ຊາຍ ແລະ ອີກ 1 ຫຼຽນທອງຈາກລອຍດ່ຽວປະສົມ 4×50 ແມັດຍິງ ຜົນດັ່ງກ່າວເຮັດໃຫ້ ນາງ ສຸທາດາ ກາຍເປັນນັກກີລາຍິງອາຍຸນ້ອຍທີ່ສຸດໃນປະຫວັດສາດ ອາຍຸພຽງ 14 ປີ ທີ່ສາມາດຄວ້າໄດ້ 3 ຫຼຽນຄຳ ແລະ 1 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຂອງກີລາແຫ່ງຊາດ.

ຫຼ້າສຸດ ທີມງານນັກຂ່າວຂອງ ເສດຖະກິດ-ການຄ້າຂອງພວກເຮົາໄດ້ຕິດຕໍ່ຫາ ທ່ານ ສະຕິບ ດາວີໂອ ຊາວການາດາເປັນຊ່ຽວຊານປະຈຳຢູ່ ສປປ ລາວ ເຊິ່ງເປັນພໍ່ຂອງ ນາງ ສຸທາດາ ໂດຍເພິ່ນເຜີຍວ່າ: ຄວາມຮູ້ສຶກຂອງພໍ່ຕໍ່ກັບລູກສາວຄົນນີ້ແມ່ນພູມໃຈຫຼາຍ ເພາະນອກຈາກຈະເປັນຄົນທີ່ຮຽນເກັ່ງແລ້ວ ກໍຍັງເປັນຄົນທີ່ຫຼິ້ນກີລາເກັ່ງ ແລະ ມີເອົາໃຈໃນກີລາໃນການຫຼິ້ນລອຍນໍ້າມາແຕ່ປີ 2016, ເຊິ່ງປັດຈຸບັນແມ່ນ ສຸທາດາ ຮຽນຢູ່ທີ່ໂຮງຮຽນນາໆຝຣັ່ງ ຫຼັກ 8 ( Lycée Français International de Vientiane Josué-Hoffet ) ກໍໄດ້ຮັບໃບຍ້ອງຍໍຈາກໂຮງຮຽນຫຼາຍຄັ້ງ ບໍ່ວ່າຈະເປັນຜົນການຮຽນ ແລະ ການຫຼິ້ນກີລາ.

“ ສໍາລັບພໍ່ເປັນຊາວການາດາ ແລະ ແມ່ເປັນຊາວລາວ ໂດຍ ສຸທາດາ ແມ່ນຖືສັນຊາດລາວ ລາວມີນິໃຈຄໍທີີດີຫຼາຍ, ເປັນຄົນລັກສະນະເຂົ້າກັບທຸກຄົນໄດ້ງ່າຍ, ເຂົ້າຮ່ວມທຸກໆກິດຈະກໍາຂອງໂຮງຮຽນ ແລະ ຍັງມີຄວາມຫາວຫັນອີກດ້ວຍ, ສ່ວນອີກໜຶ່ງພອນສະຫວັນແມ່ນອີກຢ່າງໜຶ່ງແມ່ນສາມາດຫຼິ້ນກີລາບານເຕະ ໄດ້ອີກດ້ວຍເປັນນັກເຕະຂອງທີມໂຮງຮຽນ ແລະ ເຄີຍມີຄົນຊ່ວຍໄປຄັດເລືອກກັບທີມຊາດລາວ, ແຕ່ລາວເລືອກໄປຫຼິ້ນກີລາລອຍນໍ້າ ເຊິ່ງທີ່ຜ່ານມາກໍທໍາລາຍສະຖິຕິຕົວເອງໃນກີລາລອຍນໍາໃນຊີເກມ ທີ່ຫວຽດນາມ ແລະ ແນ່ນອນປັດຈຸບັນນ້ອງແມ່ນຊ້ອມໜັກທຸກໆມື້ຫຼັງເລີກຮຽນ ຈົນຫຼ້າສຸດກໍສາມາຍາດໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງໃນກີລາລອຍນໍ້າຂອງ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ຫາກໍຈົບໄປ ເຊິ່ງເປົ້າໝາຍຕໍ່ໄປຄືເຂົ້າຮ່ວມລາຍການລະດັບພາກພື້ນທີ່ປະເທດໄທ ໃນວັນທີ 3 ທັນວາ 2022 ແລະ ໃນເດືອນມີ 2023 ເພື່ອກຽມຄວາມພ້ອມລຸຍຊີເກມ 2023 ທີ່ປະເທດກໍາປູເຈຍ ໃນເດືອນພຶດສະພາ ” ພໍ່ຂອງ ສຸທາດາ ກ່າວ

ສໍາເລັດລົງຢ່າງຈົບງາມ ສໍາລັບການແຂ່ງຂັນກີລາລອຍນໍ້າ ຊຽງຂວາງ ເກມ ເປັນກີລາທຳອິດທີ່ສຳເລັດການແຂ່ງຂັນກ່ອນກີລາປະເພດອື່ນໆດຳເນີນ 4 ວັນ ລະຫວ່າງ ວັນທີ 19-22 ພະຈິກ 2022 ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໂດຍເຈົ້າພາບ ແຂວງຊຽງຂວາງ ສ້າງປະຫວັດສາດຄອງເຂົ້າຫຼຽນຄໍາ ຫຼັງກວາດ 8 ຫຼຽນຄໍາ, 1 ຫຼຽນເງິນ ແລະ 6 ຫຼຽນທອງ.

ການແຂ່ງຂັນ ກີລາລອຍນໍ້າມີພຽງ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໂດຍມີນັກກີລາເຂົ້າຮ່ວມ 37 ຄົນ ໃນນີ້ເປັນຍິງ 12 ຄົນ ແລະ ຊາຍ 25 ຄົນ ໂດຍມີການຊີງໄຊ 27 ຫຼຽນຄຳຈາກປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍການ ໂດຍນັກກີລາທີມຊາດ ສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ.

ຜ່ານການແຂ່ງຂັນປາກົດວ່າ: ເຈົ້າຫຼຽນຄຳເປັນຂອງເຈົ້າພາບ ແຂວງຊຽງຂວາງ ຄອງຫຼຽນຄຳກີລາປະເພດນີ້ ເປັນຄັ້ງປະຫວັດສາດ ຫຼັງຍາດໄດ້ 8 ຫຼຽນຄຳ, 1 ຫຼຽນຍເງິນ ລແະ 6 ຫຼຽນທອງ ລວມເປັນ 15 ຫຼຽນ ເພາະທີ່ຜ່ານມາ ແຂວງຊຽງຂວາງ ບໍ່ເຄີຍຄອງເຈົ້າຫຼຽນຄໍາໃນກີລາປະເພດນີ້ເທື່ອໃນກີລາແຫ່ງຊາດ, ສໍາລັບ ການມອບຫຼຽນລາງວັນກີລາລອຍນໍ້າ ໃນງານກີລາແຫ່ງຊາດ ຄັ້ງນີ້ ແມ່ນຈະໄປມອບ-ຮັບ ຢູ່ທີ່ແຂວງຊຽງຂວາງ

ສ່ວນອັນດັບ 2 ແຂວງຈຳປາສັກ ຍາດ 6 ຫຼຽນຄຳ, 8 ຫຼຽນເງິນ, 7 ຫຼຽນທອງ ລວມ 21 ຫຼຽນ; ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 6 ຫຼຽນເງິນ 6 ຫຼຽນທອງ ລວມ 17 ຫຼຽນ; ອັນດັບທີ 4 ນະຄອນຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ 6 ຫຼຽນທອງ ລວມ 18 ຫຼຽນ ແລະ ອັນດັບ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫລຝຼຽນທອງ ລວມ 10 ຫຼຽນ.
ຂ່າວ-ຮູບ: Larh Creators; ຮູບ: ສົງການ
A111: ບັນຍາກາດການແຂ່ງຂັນລອຍນໍ້າ ທີ່ສະໜາມລອຍນໍ້າ ຫຼັກ 16 ໃນວັນທີ 20 ພະຈິກ 2022