ບານເຕະຊາຍ ມີເຖິງ 17 ທີມຮ່ວມຊີງໄຊໃນຊຽງຂວາງ ເກມ, ບານເຕະຍິງ ມີ 5 ທີມແບ່ງສາຍແລ້ວ

56

ເມື່ອວັນທີ 16 ພະຈິກ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີິພິທີຈັບສະຫຼາກແບ່ງສາຍ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສຶກສາທິການ ແລະ ກີລາ ພ້ອມດ້ວຍຄະແນນຈັດການແຂ່ງຂັນ ແລະ ຄູຝຶກບາງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ ພ້ອມທັງຍັງມີການຖ່າຍທອດສົດໃຫ້ກັບພາກສ່ວນຕ່າງໆໄດ້ຮັບຮູ້ຢ່າງພ້ອມພຽງຮຽງໜ້າກັນ.

ໂອກາດດັ່ງກ່າວ ທ່ານ ແສງພອນ ພົນອາມາດ ກ່າວວ່າ: ຄືດັ່ງທີ່ຫຼາຍທ່ານ ເລື່ອນມາແລ້ວ 3-4 ຄັ້ງ ແລະ ຄັ້ງນີ້ແມ່ນພ້ອມຈະຈັດຂຶ້ນໃນໝໍ່ໆນີ ເຊິ່ງເພື່ອໃຫ້ການຈັດການດໍາເນີນໄປໄດ້ດ້ວຍ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດການແຂ່ງຂັນບານເຕະແຫ່ງຊາດ 2022 ເພື່ອເປັນການທົດສອບ ແລະ ກໍຈົບດ້ວຍຜົນສໍາເລັດສູງ ລວມເຖິງຍັງໄດ້ມີການປັບປຸງກົດລະບຽບຕ່າງໆ ໂດຍບໍ່ອະນຸຍາດໃຫ້ນັກເຕະທີ່ຕິດທີມຊາດລາວ ນັບແຕ່ ຢູ 17 ຈົນເຖິງຊຸດໃຫຍ່ ເພື່ອເປີດໂອກາດໃຫ້ກັບນັກເຕະໜ້າໃໝ່ ເຊິ່ງມັນກໍສະແດງໃຫ້ເຫັນວ່າເປັນການພັດທະນາໄປສູ່ທ້ອງຖິ່ນຫຼາຍຂຶ້ນ ແນ່ນອນການແຂ່ງຂັນບານເຕະ ໃນງານມະຫະກີລາແຫ່ງຊາດ ຈະມີຂະບວນຟົດຟື້ນຫຼາຍ ໂດຍສະເພາະແມ່ນທີມຊາຍ ແມ່ນເກືອບຄົບທຸກແຂວງ ແລະ ຍັງມີບາງກະຊວງເຂົ້າຮ່ວມການແຂ່ງຂັນອີກດ້ວຍ ຮຽກຮ້ອງໃຫ້ທຸກຄົນຫຼິ້ນຢ່າງເຕັມທີ່, ຮູ້ຊະນະຮູ້ເສຍ ແລະ ເນັ້ນມິດຕະພາບ.

ສໍາລັບ ບານເຕະຍິງແຈ້ງເຂົ້າຮ່ວມ 5 ທີມປະກອບມີ: ແຂວງຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ຈະແຂ່ງຂັນແບບພົບກັນໝົດ ຄັດເອົາທີ 1 ແລະ 2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ເພື່ອຊີງຫຼຽນຄໍາ, ທີມທີ່ຢູ່ອັນດັບ 3 ຈະໄດ້ຫຼຽນທອງທັນທີ.

ຂະນະທີ່ ບານເຕະຊາຍ ມີເຖິງ 17 ທີມເຂົ້າຮ່ວມ ໂດຍແບ່ງອອກເປັນ 4 ກຸ່ມ ຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ ມີດັ່ງຮູບລຸ່ມນີ້:

ຂ່າວ-ຮູບ: Larh Creators