ຈຳປາສັກ ຈັດສຳມະນາ “ການເຕີບໃຫຍ່ຂອງທຸລະກິດໃນຂົງເຂດຕະຫຼາດທຶນ”

65

ພິທິເປີດງານສຳມະນາ ພາໃຍໃຕ້ຫົວຂໍ້ “ການເຕີບໃຫຍ່ຂອງທຸລະກິດໃນຂົງເຂດຕະຫຼາດທຶນ” ສຳລັບບໍລິສັດເປົ້າໝາຍຈົດທະບຽນໃນຕະຫຼາດຫຼັກຊັບ ທີ່ແຂວງຈຳປາສັກ ຈັດຂຶ້ນວັນທີ 15 ພະຈິກ 2022 ນີ້.

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ກ່າວໃນພິທີເປີດວ່າ: ໄລຍະຜ່ານມາພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພາກສ່ວນກ່ຽວຂ້ອງເພື່ອກະກຽມສ້າງຕັ້ງ ແລະ ພັດທະນາຕະຫຼາດຫຼັກຊັບໃຫ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕັ້ງໜ້າ. ໃນນັ້ນ, ຜົນສຳເລັດທີ່ພົ້ນເດັ່ນ ແມ່ນໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງຫຼັກຊັບຂຶ້ນໃນປີ 2009 ໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ ເປັນປະທານ, ໄດ້ສຳເລັດການສ້າງຕັ້ງຕະຫຼາດຫຼັກຊັບລາວຂຶ້ນໃນປີ 2010 ແລະ ໄດ້ນໍາເອົາ 2 ລັດວິສາຫະກິດ ຈາກຂະແໜງການທະນາຄານ ແລະ ຂະແໜງພະລັງງານໄຟຟ້າ ຫັນເປັນບໍລິສັດມະຫາຊົນ ເພື່ອລະດົມທຶນກ້ອນໃຫຍ່ໄລຍະຍາວ ໂດຍການອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໃນໄລຍະຕໍ່ມາ.

ທ່ານຮອງເຈົ້າແຂວງໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະ 12 ປີທີ່ຜ່ານມາ ມີ 11 ບໍລິສັດທີ່ສາມາດອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ສຳເລັດ, ສາມາດລະດົມທຶນໄລຍະຍາວຈາກພາຍໃນ ແລະ ຕ່າງປະເທດໄດ້ ຈຳນວນ 32.063 ຕື້ກີບ, ກວມເອົາ 15,1% ຂອງ GDP ໂດຍການອອກຈຳໜ່າຍພັນທະບັດ, ຮຸ້ນສາມັນ ແລະ ຮຸ້ນກູ້ຢູ່ຕ່າງປະເທດ ຖືເປັນການປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຊຶ່ງທຶນທີ່ບໍລິສັດຈົດທະບຽນ ສາມາດລະດົມໄດ້ ໂດຍບໍລິສັດດັ່ງກ່າວໄດ້ນໍາໃຊ້ເຂົ້າໃນການຂະຫຍາຍທຸລະກິດໃຫ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ອີກທັງຍັງໃຊ້ທຶນທີ່ລະດົມໄດ້ເປັນທຶນໝູນວຽນ ແລະ ອື່ນໆທີ່ຕິດພັນ. ເຊິ່ງພາຍຫຼັງ ທີ່ບໍລິສັດໄດ້ສຳເລັດການອອກຈໍາໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງຊາດລາວແລ້ວ ບໍລິສັດເຫຼົ່ານັ້ນຈະໄດ້ກາຍເປັນບໍລິສັດທີ່ຫັນໄປສູ່ມາດຕະຖານສາກົນ, ມີຄວາມເປັນມືອາຊີບໃນການເຄື່ອນໄຫວທຸລະກິດຫຼາຍຂຶ້ນ ແລະ ທີ່ສຳຄັນບໍລິສັດຈະມີພາບລັກທີ່ດີ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ນອກຈາກນີ້, ກອງປະຊຸມຍັງໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບຜົນປະໂຫຍດໃນການນໍາໃຊ້ຕະຫຼາດທຶນໃນການຂະຫຍາທຸລະກິດ, ການກະກຽມຄວາມພ້ອມໃນການຂະຫຍາຍທຸລະກິດຜ່ານຕະຫຼາດທຶນ, ຂັນຕອນໃນການກະກຽມໃນການອອກຈໍາໜ່າຍຫຼັກຊັບ.
ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນວັນທີ 15 ພະຈິກ 2022 ຢູ່ທີ່ທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວພາກໃຕ້ ແຂວງຈຳປາສັກ, ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານກຳມະການຄຸ້ມຄອງຫຼັກຊັບ, ພ້ອມດ້ວຍບັນດາຫົວໜ່ວຍທຸລະກິດສະມາຊິກຂອງຕະຫຼາດຫຼັກຊັບທົ່ວແຂວງຈຳປາສັກເຂົ້າຮ່ວມ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່