ທ່ານ ສາຍສະໝອນ ນັກພັດທະນາດີເດັ່ນແຫ່ງຊາດ, ຄົນທໍາອິດຈາກສະຫວັນນະເຂດ ໄດ້ຮັບຫຼຽນໄຊພິລາດອາດຫານ ຊັ້ນ 3

262

ທ່ານ ສາຍສະໝອນ ກວານເມືອງຈັນ ປະທານຂາຮຸ້ນຂອງສະຖາບັນການເງິນຈຸລະພາກທີ່ີຮັບເງິນຝາກສາຍໃຍສໍາພັນ ແລະ ເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດ ຜູ້ທີ່ໄດ້ຮັບນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ໄລຍະປີ 2016 ຫາ 2020, ເຊິ່ງຫລ້າສຸດທ່ານໄດ້ຮັບຫຼຽນໄຊພິລາດອາດຫານຊັ້ນ 3 ທີ່ມີຜົນງານດີເດັ່ນໃນການປະຕິບັດກົດລະບຽບຂອງກອງທັບ.

ທ່ານ ສາຍສະໝອນ ກວານເມືອງຈັນ ໄດ້ໃຫ້ຮູ້ເຖິງຊີວິດ ແລະ ຜົນງານຂອງຕົນວ່າ: ຕົນເລີ່ມຕົ້ນຕັ້ງແຕ່ຊີວິດເປັນພະນັກງານຄູ ແມ່ນໄດ້ພະຍາຍາມພັດທະນາອົງກອນ, ພັດທະນານັກຮຽນ ຈົນໄດ້ນັກຮຽນເກັ່ງລະດັບຊາດແລ້ວຫຼາຍຄົນໃນວິຊາຄະນິດສາດ ເພາະເປັນຄູສອນຄະນິດສາດ, ຫຼັງຈາກນັ້ນໄດ້ປ່ຽນມາເປັນຄູສອນພາສາອັງກິດ ເຊິ່ງການເປັນຄູສອນພາສາອັງກິດ ໄດ້ມາພັດທະນາເລື່ອງກິດຈະກໍານັກຮຽນ, ປັບປຸງໂຄງສ້າງພື້ນຖານຂອງ ໂຮງຮຽນ ມ.ສ ໂພນສະຫວັນ ທີ່ແຕ່ກ່ອນເອີ້ນວ່າ ອຸດົມໂພນສະຫວັນ 2, ຈາກໂຮງຮຽນທີ່ເກືອບຮ້າງມາເປັນໂຮງຮຽນທີ່ງາມສົມຄວນ.

ມາຮອດປີ 2005 ທ່ານໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ໜຶ່ງໜ່ວຍ ແລະ ຫຼຽນກາພັດທະນາ ໃນການເປັນຄູພັດທະນາໂຮງຮຽນ ມ.ສ ໂພນສະຫວັນ, ຮອດປີ 2010 ແລະ 2015 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ໃນຜົນງານການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມາໃນວັນທີ 13 ທັນວາ 2019 ທາງແຂວງ ກໍຄື ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ເປີດບັ້ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມມີ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ໄດ້ຊັກຊວນ ໂດຍໄດ້ພ້ອມກັນຕົກລົງສ້າງຕັ້ງ ໂຄງການຮ່ວມໃຈສາຍໃຍໂລມາຄໍາ

ມີຈຸດປະສົງເພື່ອການພັດທະນາທີ່ບໍ່ຫວັງຜົນຕອບແທນ ໂດຍໄດ້ເຂົ້າພັດທະນາຢູ່ບ້ານຕາຢົງ ແລະ ບ້ານປ່າແໜະ ເມືອງນອງ ແຂວງສະຫວັນນະເຂດ ໃນການສ້າງພື້ນຖານໂຄງລ່າງ, ມີການສ້າງຝາຍເບຕົງເສີມເຫຼັກ ຈໍານວນ 2 ຝາຍ, ເຈາະນໍ້າບາດານ 11 ບໍ່, ຂຸດໜອງສະໃຫຍ່ລວມໃຫ້ບ້ານ ແລະ ຝຶກແອບປະຊາຊົນປູຝັງ-ລ້ຽງສັດ ໂດຍນໍາເອົາເບ້ຍໄມ້ ປະເພດເບ້ຍກ້ວຍ, ເບ້ຍແຂມ, ເບ້ຍຫວາຍ ແລະ ຊະນິດອື່ນໆ ເກືອບ 2 ແສນເບ້ຍ ນໍາພາປູກ ເຊິ່ງທາງພາກລັດໄດ້ອະນຸຍາດໃຫ້ປະຊາຊົນ ຖືສິດຄຸ້ມຄອງທີ່ດິນໃນການເຮັດສວນ ຄົນລະ 1 ເຮັກຕາ ເພື່ອປູກພືດແບບປະສົມປະສານ, ມາຮອດປັດຈຸບັນເຫັນວ່າຢູ່ 2 ບ້ານດັ່ງກ່າວ ແມ່ນສາມາດມີຜົນຜະລິດອອກຂາຍໄປຕ່າງປະເທດແລ້ວ.

ຫຼັງຈາກມີບົດສະຫຼຸບການແຂ່ງຂັນຮັກຊາດ ແລະ ພັດທະນາ ຈຶ່ງໄດ້ເຮັດໃຫ້ໄດ້ຮັບຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ໃນຄັ້ງວັນທີ 16 ກັນຍາ 2022 ປະດັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ຈາກນີ້ຍັງໄດ້ປະກອບສ່ວນ ກໍຄືປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບປະຊາຊົນລາວວາງອອກ ແລະ ໄດ້ເຂົ້າຊ່ວຍເຫຼືອແນະນໍາໃຫ້ທາງກອງທັບ ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອຊ່ວຍໃນການພັດທະນາທາງດ້ານຊີວິດການເປັນຢູ່, ພັດທະນາຄອບຄົວ, ທັງໄດ້ປະກອບສ່ວນສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ໜ້າສະໂມສອນກອງພົນທະຫານຮາບທີ 4, ເຊິ່ງໃນບັ້ນສະຫຼຸບຜົນງານ ໃນມື້ສະເຫຼີມສະຫຼອງຄົບຮອບ 40 ປີ ຂອງກອງພົນທະຫານຮາບທີ 4 ທາງກອງພົນ ໄດ້ນໍາເອົາຫຼຽນພິລາດອາດຫານ ຊັ້ນ 3 ປະດັບໃຫ້ໃນງານ ເຊິ່ງເປັນກຽດຢ່າງຍິ່ງ ເພາະເປັນເອກະຊົນຜູ້ດຽວ ແລະ ຜູ້ທໍາອິດຂອງແຂວງທີ່ໄດ້ຮັບ.

ທ່ານ ສາຍສະໝອນ ກວານເມືອງຈັນ ຍັງໃຫ້ຮູ້ຕື່ມອີກວ່າ ໃນທຸກໆຜົນງານແມ່ນຮູ້ສຶກພາກພູມໃຈຫຼາຍ ທີ່ທຸກພາກສ່ວນສັງຄົມກໍຄືພາກລັດໃຫ້ໂອກາດ ໃນການສ້າງສາພັດທະນາປະເທດຊາດ, ເຊິ່ງຕົນເອງມີຄໍາຂວັນທີ່ຢຶດຕິດໄວ້ໃນໃຈສະເໝີຄື: ບໍ່ເຮັດຈິງເຮັດແທ້ຢ່າຫວັງພົບໄຊຊະນະ ນົບຫາຄວາມສໍາເລັດ ບໍ່ຮ່ອນມີວັນພໍ້ ບໍ່ເອົາຈິງບໍ່ຄວນເລີ່ມ ລົງມືໃຫ້ໝາເຫົ່າ ເຂົາຊິວ່າວຽກຮ້າງ ເຈົ້າຂອງວາງຖິ້ມອື້ ລືບ້ານໃຫ້ທ່ານຫຍັນ, ພ້ອມຝາກເຖິງນັກທຸລະກິດ ຜູ້ທີ່ມີສັກກະຍະພາບ ຫຼືມີຄວາມສາມາດໃນການປະກອບສ່ວນພໍບິແບ່ງໄດ້ ກໍຢາກໃຫ້ປະກອບສ່ວນນໍາກັນ ເພື່ອເຮັດໃຫ້ການພັດທະນາປະເທດຊາດຂອງພວກເຮົາມີໃບໜ້າໃໝ່.

ຂໍ້ມູນຂ່າວ: ອັກສອນສິນ ພົມມະຈັນ