ຈີນ ຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີກຳລັງຂັບເຄື່ອນພາຍໃນໃຫ້ແກ່ການຮ່ວມມືເພື່ອພັດທະນາ

95

ເນື່ອງໃນໂອການ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພົບປະກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ກຳປູເຈຍ, ຝ່າຍ ຈີນ ກ່າວວ່າ ຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ເພີ່ມທະວີກຳລັງຂັບເຄື່ອນພາຍໃນໃຫ້ແກ່ການຮ່ວມມື ເພື່ອພັດທະນາ.

ຕາມຂ່າວ ຊີອາໄອ ລາຍງານວ່າ: ວັນທີ 12 ພະຈິກ 2022 ຜ່ານມາ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຂົ້າຮ່ວມບັນດາກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືອາຊີຕາເວັນອອກ.

ທ່ານ ຫຼີ ເຄີ້ສຽງ ກ່າວວ່າ: ຈີນຍິນດີຮ່ວມກັບຝ່າຍລາວເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ເພີ່ມທະວີກຳລັງຂັບເຄື່ອນພາຍໃນໃຫ້ແກ່ການຮ່ວມມືເພື່ອພັດທະນາ, ດຳເນີນການຮ່ວມມືໃນຂົງເຂດພະລັງງານທີ່ສະອາດເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ, ຊຸກຍູ້ໃຫ້ການແຈ້ງດ່ານລະຫວ່າງສອງປະເທດມີຄວາມສະດວກສະບາຍກວ່າເກົ່າ, ເປີດກວ້າງການນຳເຂົ້າຜະລິດຕະພັນທ່າແຮງຂອງຝ່າຍລາວ ແລະ ເພີ່ມທະວີການໄປມາຫາສູ່ດ້ານບຸກຄະລາກອນລະຫວ່າງສອງປະເທດ. ນອກຈາກນີ້, ຈີນ ຍິນດີໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ຂົງເຂດຊີວິດການເປັນຢູ່ຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ.

ທ່ານ ພັນຄຳ ວິພາວັນ ກ່າວວ່າ: ການພົວພັນ ລາວ-ຈີນ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທາງຍຸດທະສາດຢ່າງແທ້ຈິງ ແລະ ປະສົບຜົນສຳເລັດທີ່ອຸດົມສົມບູນ. ຝ່າຍລາວ ຍິນດີເພີ່ມທະວີການໄປມາຫາສູ່ກັນໃນທຸກຂັ້ນກັບຝ່າຍຈີນຢ່າງແໜ້ນແຟ້ນ, ລົງເລິກການຖອດຖອນບົດຮຽນໃນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ກະສິກຳ ແລະ ອື່ນໆ, ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງທາງລົດໄຟ ລາວ-ຈີນ ຢ່າງເຕັມທີ່ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ມີການຂະຫຍາຍຕົວໃໝ່.