ສົ່ງໂຕຄົນຮ້າຍຂ້າມແດນ! ໂຈນທີ່ປຸ້ນຮ້ານຄຳກັບມາຮັບໂທດທີ່ກໍ່ໄວ້

523

ມາອັບເດດຂ່າວມະຫາໂຈນຜູ້ຊີງຊັບປຸ້ນຊັບອັນຕະລາຍ ທ້າວ ສີລະສອນ ຫຼື ອາກົງ ທີ່ກໍ່ເຫດປຸ້ນຄຳ ຊຶ່ງຖືກຈັບໄດ້ຢູ່ປະເທດໄທ ແລະເຈົ້າໜ້າທີ່ລາວໄດ້ໄປຮັບໂຕມາດຳເນີນຄະດີຢູ່ລາວແລ້ວ.

อาจเป็นรูปภาพของ 5 คน และ ข้อความพูดว่า "T ศปก.ตม.จว.หนองคาย 1"

ໃນວັນທີ 10 ມິຖຸນາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ1 (ວຽງຈັນ-ໜອງຄາຍ) ໄດ້ມອບສົ່ງຜູ້ຖືກຫາ 1 ຄົນ ຊື່ ທ້າວ ສີລະສອນ ຫລື ອາກົງ ອາຍຸ 26 ປີ ເຊື້ອຊາດລາວ-ສັນຊາດ ລາວ ປັດຈຸບັນຢູ່ບ້ານວັງຊອບ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ໄດ້ລົງມືປຸ້ນຄໍາ ທີ່ຮ້ານຄໍາພໍໃຈ ໃນວັນທີ 8 ມິຖຸນາ 2023 ແລ້ວໄດ້ເອົາຕົວຫຼົບໜີໄປປະເທດໄທ ຈາກນັ້ນ ເຈົ້າໜ້າທີ່ຕໍາຫຼວດ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ຣາຊະອານາຈັກໄທ ໃນການຕິດຕາມຈັບຕົວຜູ້ກ່ຽວ ຈົນສາມາດຈັບຕົວຜູ້ກ່ຽວໄດ້ໃນວັນທີ 9 ມິຖຸນາ 2023 ທີ່ເມືອງຂອນແກ່ນ ປະເທດໄທ.

อาจเป็นรูปภาพของ 10 คน และ ข้อความพูดว่า "ศปก.ตม.จว.หนองคาย"

ດັ່ງນັ້ນ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ1 ຣາຊະອານາຈັກໄທ ຈຶ່ງໄດ້ນໍາຕົວທ້າວ ສີລະສອນ ຫຼື ອາກົງ ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສປປ ລາວ ເພື່ອນໍາຕົວໄປດໍາເນີນຄະດີຕໍ່ໄປ.

อาจเป็นรูปภาพของ 3 คน และ โรงพยาบาล

ໂດຍຝ່າຍໄທ ກ່າວມອບໂດຍ ພັອ ກິດມົງກຸດ ບູລະນະພັກດີ ຜູ້ກໍາກັບກວດຄົນເຂົ້າ-ອອກ ດ່ານສາກົນຂົວມິດຕະພາບ1 ແລະ ຕາງໜ້າຝ່າຍລາວກ່າວຮັບໂດຍ ພັທ ບຸນແສງ ແສງມະນີ ຮອງຫົວໜ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນຂົວມິດຕະພາບ 1 ພ້ອມດ້ວຍເຈົ້າໜ້າທີ່ຕໍາຫຼວດທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ສ່ວນຜູ້ຖືກຫາ ທ້າວ ສີລະສອນ ຫຼື ອາກົງ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ສປປ ລາວ ຈະສອບສວນ ແລະ ດໍາເນີນຄະດີຕາມກົດໝາຍ.

อาจเป็นรูปภาพของ 10 คน และ ข้อความพูดว่า "อาคารผู้โดยสารขาออก NSFECT V"

ໂດຍ: ຂ່າວຄວາມສະຫງົບ