ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ເດີນທາງ ເຖິງສະໜາມບິນສາກົນໂນ້ຍບ່າຍເພື່ອເຂົ້າຮ່ວມກອງປະຊຸມພົບປະສອງກົມການເມືອງ ລະຫວ່າງ

142

ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງກົມການເມືອງ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາສະຫາຍກົມການເມືອງສູນກາງພັກ ແລະ ຄະນະຕິດຕາມ ໄດ້ເດີທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນຕອນເຊົ້າວັນທີ 26 ກຸມພານີ້.

May be an image of 4 people
ຕ້ອນຮັບທີ່ສະໜາມບິນສາກົນໂນ້ຍບ່າຍ ໄດ້ມີຂຶ້ນຢ່າງອົບອຸ່ນ ດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ ລາວ – ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ເລ ຮ່ວຍ ຈຸງ ເລຂາທິການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.

May be an image of 3 people and aircraft
ການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດລະຫວ່າງພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນນິດຫວຽດນາມ ຊຶ່ງຈະເປັນການສືບຕໍ່ເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນໃຫ້ຮັດແໜ້ນ, ໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນດ້ວຍຜົນສຳເລັດອັນສົດໃສສວຍງາມຍິ່ງຂຶ້ນ.

May be an image of 8 people and text