ປະເທດກຳລັງພັດທະນາ ຕ້ອງການງົບ ຮັບມືກັບການປ່ຽນແປງດິນຟ້າອາກາດ

71

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ບັນດາປະເທດກຳລັງພັດທະນາຕ້ອງການເງິນລົງທຶນປະມານ 2.000 ຕື້ໂດລາສະຫະລັດຕໍ່ປີ ໃນໄລຍະແຕ່ນີ້ຮອດປີ 2030 ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ຫຼັງຈາກທີ່ອັງກິດ ແລະ ເອຢິບ ໄດ້ອອກບົດລາຍງານກ່ຽວກັບການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນກະທົບຕໍ່ປະເທດກຳລັງພັດທະນາ ຫຼື ປະເທດທຸກຍາກຫຼາຍທີ່ສຸດ, ໃນຂະນະທີ່ປະເທດຮັ່ງມີ ຍັງບໍ່ມີ ຄວາມພະຍາຍາມພໍໃນການຫຼຸດມົນລະພິດລົງ ເຊິ່ງບົດລາຍງານດັ່ງກ່າວ ໄດ້ສະເໜີຕໍ່ກອງປະຊຸມລັດພາຄີອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 27 ( COP27 ) ທີ່ປະເທດເອຢິບ.

( COP27 ) ຊີ້ແຈງວ່າ: ບັນດານັກລົງທຶນ ແລະ ທະນາຄານພັດທະນາ, ຫຼາຍຝ່າຍ ຄວນປະກອບເງິນປະມານ 1.000 ຕື້ໂດລາສະຫະລັດ. ໃນຂະນະທີ່ບັນດາແຫຼ່ງທຶນຈາກກອງທຶນ ສາທາລະນະ ແລະ ເອກະຊົນຢູ່ບັນດາປະເທດກຳລັງພັດທະນາ ຄວນປະກອບສ່ວນຈຳນວນເງິນທີ່ຍັງເຫຼືອປະມານ 1.400 ຕື້ໂດລາສະຫະລັດ.