ອານັນ MGL08 ບ່າວຫຼວງນໍ້າທາ ອີກໜຸ່ມທີ່ມາແຮງໃນເວທີ Mister Global Laos 2022

503

ມື້ນີ້ຈະພາທຸກຄົນມາສ່ອງອີກໜຶ່ງໜຸ່ມຈາກພາກເໜືອ ແຂວງຫຼວງນ້ຳທາ ເພິ່ນເດີນທາງມາຄັ້ງນີ້ບໍ່ໄດ້ມາຫຼິ້ນໆຢ່າງແນ່ນອນ ກັບໜຸ່ມນ້ອຍໄວໃສພຽງແຕ່ 18 ປີ ແຕ່ຖ້າເວົ້າເລື່ອງຄວາມຫຼໍ່, ຄວາມສູງຫຸ່ນດີ ແລ້ວນັ້ນກະລັນຕີໄດ້ວ່າບໍ່ເປັນຮອງໃຜຢ່າງແນ່ນອນ.

.

ສຳລັບ ອານຸວັດ ແວ່ນແກ້ວ ຫຼື ອານັນ ຜູ້ເຂົ້າປະກວດ Mister Global Laos 2022 ໝາຍເລກ MGL08, ໂດຍມີເປົ້າໝາຍທີ່ຊັດເຈນຄື: ຢາກຈະເພີ່ມຄວາມໝັ້ນໃຈ ແລະ ເອົາຊະນະຄວາມຂີ້ອາຍ ເວົ້າບໍ່ເກັ່ງຂອງຕົນ, ແຕ່ທຸກຄົນເຊື່ອບໍ່ວ່າໜຸ່ມຄົນນີ້ບໍ່ທຳມະດາ ດ້ວຍວ່າເພີ່ນມີສະເໜ່ ແລະ ບຸກຂະລິກທີ່ມີເອກະລັກ ຈົນເອົາໃຈກຳມະການໄປໃຫ້ເຂົ້າ 12 ຄົນສຸດທ້າຍໃນປີນີ້.

.

ການມາຄັ້ງນີ້ ອານັນບອກວ່າ: ຕ້ອງການມາຊອກຫາປະສົບການໃຫມ່ໆ ໃຫ້ຕົນເອງເພື່ອຈະນຳມາພັດທະນາຕົນເອງເພື່ອໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍໆດ້ານ. ເຖິງຈະເປັນຄົນຂີ້ອາຍແນ່ ເວົ້າບໍ່ເກັ່ງປານໃດ ແຕ່ຄິດວ່າທຸກຄົນກໍ່ຍອມມີຈຸດເລີ່ມຕັ້ນ ແລະ ພ້ອມທີ່ຈະພັດທະນາຕົນເອງຢ່າງສຸດຄວາມສາມາດ.

ເພິ່ນຍັງບອກອີກວ່າ: ໃນຮອບຄັດເລືອກ ບໍ່ຄາດຄິດເລີຍວ່າຕົນເອງຈະຜ່ານເຂົ້າຮອບ, ເພາະມີຜູ້ເຂົ້າປະກວດຫຼາຍຄົນທັງເກັ່ງ ທັງຫນ້າຕາດີ ການຕິດ Top12 ກໍເລີຍເຮັດໃຫ້ ຮູ້ສຶກດີໃຈ ແລະ ພູມໃຈໃນໂຕເອງທີ່ສຸດ, ທີ່ຜ່ານມາຮອດຮອບນີ້.

ສຳລັບຄວາມສາມາດພິເສດຂອງອານັນແມ່ນ: ການຫຼິ້ນເປັນກິລາບານເຕະ ເພາະເປັນສິ່ງທີ່ມັກ ແລະ ຍັງເຄີຍຄິດຢາກເອົາເປັນອາຊີບເລີຍໃນວົງການກິລາ ແລະ ກໍ່ເປັນຄົນທີ່ມັກກິນ, ກິນເກັ່ງກໍເລີຍມັກແຕ່ງກິນຍາມຫວ່າງໆ ມັກຫາ ມັກຊອກເມນູໃຫມ່ໆມາເຮັດກິນເປັນຊີວິດຈິດໃຈ….ຈັ່ງໃດກໍ່ຝາກທຸກຄົນເຊຍເບີ 8 ຄົນນີ້ແນ່ເດີ ຮັບຮອງວ່າທັງຫຼໍ່ດູດີມີສະເໜ່