ເອີຣົບ ລົງທຶນໃສ່ໂຄງການພະລັງງານໝູນວຽນສູງ ເປັນປະຫວັດການ

44

ສຳນັກຂ່າວ ອັລຈາຊີຣ່າ ລາຍງານວ່າ: ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ໄດ້ບັງຄັບໃຫ້ສະຫະພາບເອີຣົບ ( ອີຢູ ) ຕ້ອງຫັນມາລົງທຶນໃສ່ໂຄງການພະລັງງານໝູນວຽນ ( ພະລັງງານແສງຕາເວັນ ແລະ ພະລັງງານລົມ ) ເພີ່ມຂຶ້ນເປັນປະຫວັດການ ໃນປີ 2022, ໃນຂະນະທີ່ IEA ຄາດການວ່າ ການລົງທຶນໃສ່ພະລັງງານໝູນວຽນຈະເພີ່ມຂຶ້ນ ເປັນ 2 ພັນຕື້ໂດລາ ໃນປີ 2030.

May be an image of indoor

ອົງການ  E3G ແລະ  Ember ລາຍງານວ່າ: ນັບແຕ່ເດືອນມີນາ ຫາ ເດືອນກັນຍາ 2022 ກະແສໄຟຟ້າທີ່ຜະລິດຈາກພະລັງງານແສງຕາເວັນ ແລະ ພະລັງງານລົມໃນສະຫະພາບເອີຣົບ ເພີ່ມຂຶ້ນເປັນປະຫວັດການ ເຖິງ 13% ຈາກ 311 TWh ມາເປັນ 350 TWh. ນັກວິເຄາະຄາດການວ່າ ໃນປີ 2023 ເອີຣົບ ຈະປ່ອຍມົນລະພິດໜ້ອຍລົງ ເນື່ອງຈາກສະພາບເສດຖະກິດທົດຖອຍ ບວກກັບການເຂັ້ມງວດດ້ານພະລັງງານ ແລະ ການຫັນໄປລົງທຶນໃສ່ພະລັງງານໝູນວຽນເພີ່ມຂຶ້ນ.

May be an image of indoor

ອົງການພະລັງງານສາກົນ (IEA) ລາຍງານວ່າ ໃນຊ່ວງເດືອນມີນາ ຫາ ເດືອນກັນຍາ 2022, ກຸ່ມປະເທດຜູ້ຜະລິດນ້ຳມັນມີລາຍໄດ້ຈາກການສົ່ງອອກນ້ຳມັນສູງເຖິງ 2 ພັນຕື້ໂດລາ. ຂະນະທີ່ອົງການ E3G ແລະ Ember ລະບຸວ່າ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ຈະສາມາດຫຼຸດຜ່ອນການນຳເຂົ້າແກ໊ສທຳມະຊາດຂອງສະຫະພາບເອີຣົບປະມານ 70 ຕື້ແມັດກ້ອນ ຄິດເປັນມູນຄ່າ 99 ຕື້ໂດລາ.