ກອງປະຊຸມ COP27 ປຶກສາຫາລືການຊົດເຊີຍປະເທດທຸກຍາກ

22

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ພະຈິກ 2022 ວ່າ: ກອງປະຊຸມລັດພາຄີອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 27 ( COP27 ) ທີ່ປະເທດເອຢິບ ໄດ້ປຶກສາຫາລື ກ່ຽວກັບການຊົດເຊີຍແກ່ປະເທດທຸກຍາກທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ( ໂລກຮ້ອນ ) ເພີ່ມຂຶ້ນ.

May be an image of 7 people, people standing, sky, monument and text that says 'COP27 SHARMEL-SHEIKH -SHEIKH 202 2022EGYPT'

ເປັນເວລາກວ່າທົດສະວັດທີ່ປະເທດພັດທະນາແລ້ວ ຫຼື ປະເທດຮັ່ງມີປະຕິເສດການປຶກສາຫາລືຢ່າງເປັນທາງການ ກ່ຽວກັບສິ່ງທີ່ເອີ້ນວ່າ “ ການສູນເສຍ ແລະ ຄວາມເສຍຫາຍ ” ເຊິ່ງອະທິບາຍເຖິງການທີ່ປະເທດຮັ່ງມີ ຈະຊ່ວຍເຫຼືອເງິນແກ່ປະເທດທຸກຍາກ ເພື່ອຮັບມືກັບຜົນທີ່ເກີດຈາກພາວະໂລກຮ້ອນ ແຕ່ເມື່ອໄພພິບັດທີ່ເກີດຈາກການປ່ຽນແປງດິນຟ້າອາກາດເພີ່ມຂຶ້ນ ຄວາມກົດດັນທີ່ມີຕໍ່ການແກ້ໄຂບັນຫາດັ່ງກ່າວ ຈຶ່ງເພີ່ມຂຶ້ນເຊັ່ນດຽວກັນ.

May be an image of sky

ການປຶກສາຫາລືໃນເລື່ອງດັ່ງກ່າວນີ້ ມີຂຶ້ນພາຍໃຕ້ຂໍ້ສົງໄສທີ່ວ່າ ລັດຖະບານຂອງບັນດາປະເທດໃນໂລກ ມີມາດຕະການດີພໍ ຫຼື ບໍ່? ເພື່ອຈັດການກັບການປ່ຽນແປງດິນຟ້າອາກາດ ເນື່ອງຈາກຕາມການລາຍງານຂອງອົງການສະຫະປະຊາຊາດເມື່ອບໍ່ດົນມານີ້ ລະບຸວ່າການປ່ອຍມົນລະພິດຍັງມີທ່າອ່ຽງເພີ່ມຂຶ້ນ, ທັງໆທີ່ມັນຄວນຈະຫຼຸດລົງຕາມກົດເກນທີ່ກຳນົດໄວ້ໃນສັນຍາ “ ປາຣີ 2015 ”.