ອັດຕາເງິນເຟີ້ຂອງຕວັກກີ ເພີ່ມຂຶ້ນຫຼາຍກວ່າ 85% ໃນເດືອນຕຸລາ

40

ອົງການສະຖິຕິຂອງຕວັກກີລາຍງານວ່າ: ອັດຕາເງິນເຟີ້ຂອງຕວັກກີ ໃນເດືອນຕຸລາ 2022 ເພີ່ມຂຶ້ນ 85,51% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ນັບວ່າເປັນການເພີ່ມຂຶ້ນ 17 ເດືອນຕິດຕໍ່ກັນແລ້ວ ແລະ ເປັນສະຖິຕິສູງສຸດໃນຮອບ 25 ປີ.

May be an image of 1 person

ລາຍງານລະບຸວ່າ: ລາຄາອາຫານໃນຕວັກກີ ເພີ່ມຂຶ້ນ 99% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ລາຄາອະສັງຫາລິມະຊັບ ເພີ່ມຂຶ້ນ 85%, ການຂົນສົ່ງເພີ່ມຂຶ້ນ 117%, ຂະນະທີ່ລາຄາຜູ້ຜະລິດໃນເດືອນຕຸລາ ເພີ່ມຂຶ້ນ 157,69% ເມື່ອທຽບປີຕໍ່ປີ, ແຕ່ຖ້າທຽບໃສ່ເດືອນກັນຍາ 2022 ເພີ່ມຂຶ້ນ 7,83%, ໃນຂະນະທີ່ດັດສະນີລາຄາຜູ້ບໍລິໂພກເພີ່ມຂຶ້ນ 3,54% ເມື່ອທຽບໃສ່ເດືອນກັນຍາ.

May be an image of 3 people, fruit and indoor

ແນວໃດກໍຕາມ ເຖິງວ່າອັດຕາເງິນເຟີ້ເພີ່ມຂຶ້ນສູງ ແຕ່ທະນາຄານກາງຂອງຕວັກກີ ຢືນຢັນວ່າຈະບໍ່ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ໂດຍໃຫ້ເຫດຜົນວ່າ ເພື່ອກະຕຸ້ນການຈ້າງງານ ແລະ ການຂະຫຍາຍຕົວດ້ານເສດຖະກິດ ແຕ່ວ່າສະກຸນເງິນລີຣາ ຂອງຕວັກກີ ອ່ອນຄ່າລົງຢ່າງຕໍ່ເນື່ອງ ເມື່ອທຽບກັບເງິນໂດລາສະຫະລັດ, ຈາກສະຖານະການທີ່ເກີດຂຶ້ນ ຍິ່ງສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງຊາວຕວັກກີ ທີ່ຕ້ອງປະເຊີນກັບລາຄາອາຫານ, ພະລັງງານ, ສິນຄ້າ ແລະ ບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ.