ສະຫວັນນະເຂດ ຍິງປະຕູເຂ່ຍ ແຊັມເກົ່າ ຕົກຮອບທໍາອິດບານເຕະແຫ່ງຊາດ 2022, ຫົວພັນ ນໍ້າຕາຕົກ

789

ເຂັ້ມຂຸ້ນອີ່ຫຼີ່ສໍາລັບ ການແຂ່ງຂັນບານເຕະແຫ່ງຊາດ 2022 ຂອງກຸ່ມ ຄ ຕ້ອງລຸ້ນຈົນວິນາທີສຸດທ້າຍຂອງການແຂ່ງຂັນນັດສຸດທ້າຍຮອບແບ່ງກຸ່ມ ໃນຕອນແລງວັນທີ 3 ພະຈິກ 2022 ຈິ່ງຕັດສິນໄດ້ 2 ທີມທີ່ເຂົ້າຮອບຄື ຫຼວງພະບາງ ກອດຄໍ ສະຫວັນນະເຂດ ເຂົ້າຮອບ.

ຜົນວັນດັ່ງກ່າວ ແຂວງຫົວພັນ ພິກສະຖານະການຖະຫຼົ່ມ ຫຼວງພະບາງ 5-2, ສ່ວນ ສະຫວັນນະເຂດ ໄລ່ຕີສະເໝີ ຈໍາປາສັກ ແຊັມເກົ່າ 1-1 ໂດຍ ຈໍາປາສັກ ນໍາກ່ອນ 1-0, ແຕ່ທ້າຍເກມ ອານຸສັກ ຍິງປະຕູໃຫ້ກັບ ສະຫວັນນະເຂດ ຕີສະເໝີ 1-1 ເຊິ່ງເປັປະຕູດັບຝັນແຊ້້ມເກົ່າຕົກຮອບທໍາອິດ.

ເນື່ອງຈາກຜົນດັ່ງກ່າວ ຫຼວງພະບາງ ຍິງມີ 6 ຄະແນນຜ່ານເຂົ້າຮອບ ໃນຖານະແຊັມກຸ່ມ, ສ່ວນ ສະຫວັນນະເຂດ ເກັບເພີ່ມເປັນ 4 ຄະແນນເທົ່າກັບ ຫົວພັນ ແລະ ຜົນປະຕູໄດ້ເສຍເທົ່າກັນ, ແຕ່ມາຕັດສິນດ້ວຍກົດເຮດທູເຮດເຮັດໃຫ້ ສະຫວັນນະເຂດເຂົ້າຮອບໄປ, ສ່ວນ ຫົວພັນ ກອດຄໍ ຈໍາປາສັກ ທີ່ມີ 2 ຄະແນນຕົກຮອບ.

ສໍາລັບ ທີມຜ່ານເຂົ້າຮອບ 8 ທີມສຸດທ້າຍ ຈະໄປແຂ່ງຂັນວັນອາທິດນີ້ເບິ່ງຕາມຮູບ