ນະຄອນຫຼວງ ພິກຊະນະ ເຊກອງ ຕໍ່ຍອດເຂົ້າຮອບ ໄປລຸ້ນນັດສຸດທ້າຍ, ຊຽງຂວາງ ທີມທໍາອິດເຂົ້າຮອບ

289

ຊາວນະຄອນຫຼວງວຽງຈັນ ໄດ້ເຮກັນໃນນາທີໆ 79 ແລະ 80 ເມື່ອ ພູມິນ ຄໍາພິວົງ ເໝົາຍິງຄົນດຽວ 2 ປະຕູໃຫ້ກັບ ທີມບານເຕະຊາຍນະຄອນຫຼວງຫຼວງວຽງຈັນ ພິກເອົາຊະນະ ແຂວງເຊກອງ 2-1 ໃນການແຂ່ງຂັນບານເຕະແຫ່ງຊາດ 2022 ປະເພດທີມຊາຍ ກຸ່ມ ຂ ເມື່ອວັນທີ 31 ຕຸລາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ເຊິ່ງເປັນໄຊຊະນະນັດສໍາຄັນໃນການຕໍ່ຍອດເຂົ້າຮອບ, ສ່ວນ ແຂວງຊຽງຂວາງ ເປັນທີມທໍາອິດທີ່ເຂົ້າຮອບ 8 ທີມສຸດທ້າຍເປັນທີ່ແນ່ນອນແລ້ວ.

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ປະເພດທີມຊາຍ ເມື່ອວັນທີ 31 ຕຸລາ 2022 ເປັນການແຂ່ງຂັນຂອງກຸ່ມ ກ ແລະ ຂ ມີການແຂ່ງຂັນເຖິງ 4 ຄູ່ ໂດຍຄູ່ທີ່ໜ້າສົນໃຈສາຍ ຂ ເປັນການພົບກັນລະຫວ່າງ ນະຄອນຫຼວງວຽງຈັນ ພົບກັບ ເຊກອງ ເປັນຄູ່ບິກແມັດຜ່ານການແຂ່ງຂັນປາກົດວ່າ: ເປັນ ເຊກອງ ໄດ້ປະຕູຂຶ້ນນໍາໄປກ່ອນຈາກການຍິງຂອງ ມິນລິວ ຍຶດຕິກຸນ ນາທີໆ 57 ກ່ອນທີ່ ນະຄອນຫຼວງວຽງຈັນ ຈະມາໄດ້ 2 ປະຕູລວດຈາກການຍິງຂອງ ພູມິນ ຄໍາພິວົງ ຄົນດຽວ 2 ປະຕູນາທີໆ 78 ກັບ 80 ພາທີມພິກເອົາຊະນະ ເຊກອງ 2-1.

ສ່ວນຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ຄໍາມ່ວນ ຖຶກ ຫຼວງນໍ້າທາ ໄລ່ຕີສະເໝີທ້າຍເກມ 1-1 ໂດຍ ຄໍາມ່ວນ ໄດ້ປະຕູຂຶ້ນນໍາໄປກ່ອນຈາກການຍິງຂອງ ແສງເພັດ ດາລາສຸກ, ສ່ວນ ຫຼວງນໍ້າທາ ໄດ້ປະຕູຈາກ ໄຊປະເສີດ ລໍແປງຍ້ອນ ຈາກການຍິງຟຣີຄິກສຸດງາມ.

ຈາກຜົນດັ່ງກ່າວເຮັດໃຫ້ສາຍ ຂ ຕ້ອງໄປລຸ້ນຕັດສິນນັດສຸດທ້າຍ ເນື່ອງຈາກຜ່ານໄປ 2 ນັດ ຄໍາມ່ວນ ມີ 4 ຄະແນນຢຶດທີມນໍາ, ເຊກອງ ມີ 3 ຄະແນນເທົ່າກັບ ນະຄອນຫຼວງວຽງຈັນ ແລະ ຫຼວງນໍ້າທາ ມີ 1 ຄະແນນ ໂດຍນັດສຸດທ້າຍທີມໃດຊະນະກໍມີໂອກາດເຂົ້າຮອບສູງ ເຊິ່ງນັດສຸດທ້າຍຈະແຂ່ງຂັນໃນວັນທີ 2 ພະຈິກ 2022 ນະຄອນຫຼວງວຽງຈັນ ພົບ ຫຼວງນໍ້າທາ ແຂ່ງຂັນທີ່ສະໜາມກີລາຫຍ້າທຽມ ຫ້ວຍຫົງ, ສ່ວນ ແຂວງເຊກອງ ພົບ ຄໍາມ່ວນ ແຂ່ງຂັນທີ່ສະໜາມກີລາກອງທັບ ຫຼັກ 5.

ຂະນະທີ່ ຜົນການແຂ່ງຂັນກຸ່ມ ກ ບໍລິຄໍາໄຊ ສະເໝີກັບ ບໍ່ແກ້ວ 2-2 ທີ່ສະໜາມກີລາກອງທັບ ຫຼັກ 5 ແລະ ແຂວງຊຽງຂວາງ ຊະນະ ວຽງຈັນ 1-0 ທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເຮັດໃຫ້ ແຂວງຊຽງຂວາງ ກາຍເປັນທີມທໍາອິດທີ່ຜ່ານມາເຂົ້າຮອບ 8 ທີມສຸດທ້າຍເນື່ອງຈາກມີ 6 ຄະແນນຈາກ 2 ນັດ, ສ່ວນ ແຂວງບໍ່ແກ້ວ ມີ 4 ຄະແນນ ຍັງຕ້ອງໄປລຸ້ນເຂົ້າຮອບກັບ ບໍລິຄໍາໄຊ ທີ່ມີ 1 ຄະແນນໃນນັດສຸດທ້າຍ. ຂະນະທີ່ ແຂວງວຽງຈັນ ບໍ່ມີຈັກຄະແນນຕົກຮອບແນ່ນອນແລ້ວ, ໂດຍນັດສຸດທ້າຍກຸ່ມນີ້ຈະໄປແຂ່ງຂັນວັນທີ 2 ພະຈິກ 2022 ແຂວງຊຽງຂວາງ ພົບ ບໍ່ແກ້ວ ທີ່ສະໜາມຫຼັກ 16 (ສະໜາມໃນ ), ສ່ວນ ແຂວງວຽງຈັນ ພົບ ບໍລິຄໍາໄຊ ທີ່ສະໜາມຫຼັກ 16 ( ສະໜາມນອກ ).

ຂ່າວ: Larh Creators ; ຮູບຈາກ: ສຕລ