ເປີດສາກການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ທົ່ວປະເທດ ຊິງຂັນປະທານບານສົ່ງ ປະຈຳປີ 2022

116

ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ທົ່ວປະເທດ ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈຳປີ 2022 ເປີດສາກຂຶ້ນຢ່າງທາງການ ໂດຍມີ 16 ທີມເຂົ້າຮ່ວມ, ໃນນັ້ນ ທີມຍິງ 6 ທີມ ແລະ ທີມຊາຍ 10 ທີມ ໂດຍໄດ້ຮັບການອຸປະຖຳຫຼັກຈາກບໍລິສັດ ເບຍລາວ.

ພິທີເປີດໄດ້ຂຶ້ນວັນທີ 31 ຕຸລາ 2022 ທີ່ເດີ່ນກິລາໃນຮົ່ມກອງທັບ ຫຼັກ 5 ນະຄອນຫຼວງວຽງຈັນ ໂດຍການໃຫ້ເຂົ້າຮ່ວມຂອງ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທັງເປັນການພັດທະນາບຸກຄະລາກອນ ເປັນຕົ້ນສືບຕໍ່ສ້າງໂອກາດໃຫ້ນັກກິລາ ໄດ້ເຄື່ອນໄຫວແຂ່ງຂັນທົດສອບຄວາມສາມາດ, ພັດທະນາເຕັກນິກ ແລະ ທັກສະຄວາມສາມາດຕົນເອງ ເພື່ອກ້າວໄປເປັນນັກກິລາທີມຊາດໃນອະນາຄົດ, ພ້ອມດຽວກັນນີ້ ກໍເປັນການກຽມຄວາມພ້ອມຮອບດ້ານ ສູ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບໃນທ້າຍປີນີ້.

ການແຂ່ງຂັນເທື່ອນີ້ ມີ 16 ທີມເຂົ້າຮ່ວມ, ແບ່ງເປັນທີມຍິງ 6 ທີມ ແລະ ທີມຊາຍ 10 ທີມ. ທີມຍິງ 6 ທີມ ປະກອບມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແລະ 3 ທີມນ້ອງໃໝ່ ກົມໃຫຍ່ການເມືອງກອງທັບ, ມາສເຕີ ເຊເວັນ ແລະ ໄດຣເວີ ເກີລ.

ສ່ວນທີມຊາຍ 10 ທີມ ປະກອບມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ລາວເດີນອາກາດ ຮອງແຊ້ມ, ວິທະຍາໄລພະລະສຶກສາ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍ່ແກ້ວ (ນ້ອງໃໝ່), ສະໂມສອນ ບີແກນ ແລະ ອີກ 3 ທີມນ້ອງໃໝ່ຄື: ສະໂມສອນ ອັອດດີ້ ສະປອດ, ສະໂມສອນ ໂກລອັບ ວີຊີ້ ແລະ ສະໂມສອນ ໄລຟ ເຟັກເຕີຣີ້.

ສຳລັບລາງວັນ ແຊ້ມທີມຍິງ ແລະ ທີມຊາຍ ຈະໄດ້ຮັບຂັນລາງວັນ ແລະ ເງິນລາງວັນ 12 ລ້ານກີບ, ຮອງແຊ້ມຈະໄດ້ຮັບ ເງິນລາງວັນ 9 ລ້ານກີບ, ທີສາມ 6 ລ້ານກີບ ແລະ ທີ 4 ຈະໄດ້ຮັບເງິນລາງວັນ 4 ລ້ານກີບ ເຊິ່ງການແຂ່ງຂັນຈະດຳເນີນໄປ 7 ວັນຄື: ວັນທີ 29 ຕຸລາ ຫາ 4 ພະຈິກ 2022 ນີ້ ທີ່ເດີ່ນກິລາໃນຮົ່ມກອງທັບ ຫຼັກ 5 ນະຄອນຫຼວງວຽງຈັນ ແລະ ການແຂ່ງຂັນຄັ້ງນີ້ ໄດ້ຮັບການອຸປະຖຳຫຼັກໂດຍ ບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າ 231 ລ້ານກີບ ພ້ອມດ້ວຍຜູ້ຮ່ວມສະໜັບສະໜູນອີກຈຳນວນໜຶ່ງ.