ຫວຽດນາມ ກຳນົດແຜນຍຸດທະສາດການພັດທະນາປະເທດ

38

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 26 ຕຸລາຜ່ານມາວ່າ: ທ່ານ ເລ ວັນ ແທັ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນມະຕິເລກທີ 138/NQ-CP ວ່າດ້ວຍແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດ ຮອດປີ 2050. ແຜນຜັງດັ່ງນີ້ ລັດຖະບານ ສສ ຫວຽດນາມ ໄດ້ອະນຸມັດຜ່ານແລ້ວ ເພື່ອສະເໜີຕໍ່ສະພາແຫ່ງຊາດພິຈາລະນາ.

May be an image of sky and skyscraper

ຕາມແຜນຜັງແລ້ວ ສສ ຫວຽດນາມ ຈະສູ້ຊົນຮອດປີ 2030 ເພື່ອໃຫ້ກາຍເປັນປະເທດກຳລັງພັດທະນາ ທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງ; ຮູບແບບ ການຈັດຕັ້ງຂົງເຂດພັດທະນາແຫ່ງຊາດ ໃຫ້ມີປະສິດທິຜົນ, ເປັນເອກະພາບ, ຍືນຍົງ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານແຫຼ່ງນ້ຳ; ຮັບປະກັນການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ. ພ້ອມທັງສູ້ຊົນໃຫ້ລະດັບການເຕີບໂຕດ້ານເສດຖະກິດໃຫ້ບັນລຸປະມານ 7,0% ຕໍ່ປີ ໃນໄລຍະ 2021 – 2030.

May be an image of skyscraper

ສ່ວນວິໄສທັດຮອດປີ 2050, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ; ລະບົບໂຄງປະກອບພື້ນຖານໂຄງລ່າງ ຄົບຊຸດ, ທັນສະໄໝ; ມີລະບົບຕົວເມືອງອັດສະລິຍະ, ທັນສະໄໝ, ເຕັມໄປດ້ວຍສີສັນ, ສີຂຽວ ແລະ ຮັກສາສີສັນວັດທະນະທຳ. ໄລຍະ 2031 – 2050 ສູ້ຊົນໃຫ້ລະດັບການເຕີບໂຕ GDP ບັນລຸ ປະມານ 6,5 – 7,5% ຕໍ່ປີ, ອັດຕາການຫັນເປັນຕົວເມືອງ ຮອດປີ 2050 ໃຫ້ບັນລຸ 70 – 75%.