ຮູ້ຈັກນັກເຕະຮຸ່ນຈິວລາວ “ອານຸສັກ” ແຈ້ງເກີດໃນລາຍການທີ່ໄທ ຍິງ 11 ປະຕູພາທີມຄວ້າແຊັມ

140

ໂດ່ງດັງໄປຊົ່ວຂ້າມຄືນໄປເລີຍສໍາລັບ ທ້າວ ອານຸສັກ ວິໄລກຸນ ( ເບລ ) ນັກເຕະເຍົາວະຊົນລາວ ອະນາຄົດໄກອາຍຸພຽງ 7 ປີປາຍ ຍິງໄປຄົນດຽວ 11 ປະຕູພາ ມາຊດ້າ ຈີບີ ເອັຟຊີ ( MAZDA GB FC ) ໃນຮຸ່ນອາຍຸບໍ່ເກີນ 8 ປີຄວ້າແຊັມ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ.

ເຊື່ອວ່າຫຼາຍທ່ານຄືຶຊິເຫັນຂ່າວ ຢູ 8 ຂອງ ມາຊດ້າ ຈີິບີ ເອັຟຊີ ຄວ້າແຊັມການແຂ່ງຂັນບານເຕະລາຍການທີ່ປະເທດຊຽງຣາຍ ປະເທດໄທ ໃນທ້າຍອາທິດ ທີ່ຜ່ານມາ ເຊິ່ງແນ່ນອນນັກເຕະຫົວໃຈສໍາຄັນທີ່ເຮັດໃຫ້ທີມຊຸດນີ້ປະສົບຜົນສໍາເລັດກໍຄື: ທ້າວ ອານຸສັກ ວິໄລກຸນ ນັກເຕະຫຼານນ້ອຍລາວ ເຈົ້າຂອງເບີ 19 ທີ່ສາມາດຍິງປະຕູໃຫ້ກັບທີມແບບຖະຫຼົ່ມທະລາຍ 11 ປະຕູຄວ້າແຊັມ ແລະ ຄວ້າລາງວັນນັກເຕະດີເດັ່ນ ( MVP ) ແລະ ລາງວັນດາວຍິງສູງສຸດໄປແບບບໍ່ຕ້ອງສົງໄສ.

ລາຍການດັ່ງກ່າວ ອານຸສັກ ຍິງໄປເຖິງ 9 ປະຕູໃນ 4 ນັດທໍາອິດ ( ຮອບແບ່ງກຸ່ມ 3 ນັດ ແລະ ຮອບຮອງຊະນະເລີດ 1 ນັດ ) ພາ ມາຊດ້າ ຈີບີ ເອັຟຊີ ຢູ 8 ຜ່ານເຂົ້າຮອບຊີງຊະນະເລີດໄປແບບສະບາຍໆ ເຊິ່ງຮອບຊີງຊະນະເລີດໄປພົບກັບ ສະຫວັດດີບໍວໍຣ ອະຄາເດມີ ທີ່ເປັນທີມທີ່ແຂງແກ່ນທີ່ສຸດເປັນເຖິງແຊັມເກົ່າ ແລະ ແຊັມໃນຮອບຄັດເລືອກ ທີ່ສໍາຄັນບໍ່ເຄີຍເສຍໃຫ້ກັບທີມໃດມາກ່ອນ ໂດຍໃນຮອບຊີງຊະນະເລີດເປັນໄປຕາມຄາດ ສະຫວັດດີບໍວໍຣ ໄດ້ປະຕູຂຶ້ນນໍາໄປກ່ອນ 2 ຄັ້ງ 2 ຫົນ, ແຕ່ກໍຖືກ ອານຸສັກ ຍິງໃຫ້ທີມຈາກລາວ ຕີສະເໝີໄດ້ 2 ຄັ້ງ 2 ຫົນຄືກັນ ໂດຍລູກທໍາອິດໄດ້ຈາກການຍິງຟຣີຄິກ ແລະ ລູກທີ 2 ຍິງໄດ້ແບບສະໃຈຊາວລາວທັງໝົດຍິງບອລເລເຂົ້າໄປຢ່າງສວຍງາມ ເຮັດໃຫ້ສະເໝີກັນ 2-2 ຈົນຕ້ອງໄປຕັດສິນດວນການດວນຈຸດໂທດເປັນ ທີມຈາກລາວ ເອົາຊະນະໄປ 4-3 ຄວ້າແຊ້ມໄປຄອງ.

ຂະນະທີ່ ພໍ່ແມ່ຂອງ ອານຸສັກ ວິໄລກຸນ ໄດ້ບອກເລົ່າເຖິງລູກຊາຍຂອງຕົວເອງໃຫ້ກັບທີມຂ່າວພວກເຮົາວ່າ: ອານຸສັກ ເປັນລູກຄົນທີ 2 ມີອ້າຍ 1 ຄົນ ແລະ ນ້ອງຊາຍ 1 ຄົນ ເປັນເດັກນ້ອຍທີ່ພິເສດກວ່າລູກໆຄົນອື່ນໆ ເພາະບໍ່ຫຼິ້ນເຄື່ອງຫຼິ້ນແບບອື່ນນອກຈາກໝາກບານ ເພາະແຕ່ນ້ອຍເວລາໄປຊື້ເຄື່ອງຫຼິ້ນຈະເລືອກແຕ່ໝາກບານ ແລະ ຕອນຍັງແມ່ນມັກລຸກຂຶ້ນມາເຕະບານກັບພໍ່ຕອນທີ່ມີເວລາຫວ່າງໆເປັນປະຈໍາ ຍັງບໍ່ພໍເທົ່ານັ້ນລາວເປັນຄົນທີ່ຂຽນໜັງສືເບື້ຶ້ອງຂວາ ແລະ ເຕະບານແຮງຊ້າຍ, ຈົນຮອດອາຍຸ 3-4 ກໍເລີ່ມໄປຮຽນເຕະບານກັບອ້າຍ ແລະ ກໍໃຫ້ໄປຮຽນກັບຫຼາຍໆຄູຝຶກ ເຊິ່ງປັດຈຸບັນຝຶກຊ້ອມພິເສດກັບ ອາຈານ ຕົ້ນ ຈັກກິດ, ສອນວິໄລ ສີຫາວົງ ແລະ ສົມໄຊ ແກ້ວຫານາມ ລວມເຖິງຄູ່ຝຶກ ອີກຫຼາຍໆທ່ານ ເຊິ່ງຕອນຍັງນ້ອຍໆແມ່ນຮູບຮ່າງແມ່ນຕຸ້ຍ ແຕ່ປັດຈຸບັນແມ່ນຈ່ອຍຄືເກັ່ງທີ່ເຮັດ, ສ່ວນນິໄສໃຈຄໍຂອງ ອານຸສັກ ແມ່ນເປັນເດັກນ້ອຍທີ່ສຸພາບຮຽບຮ້ອຍ, ແຕ່ເວລາແຂ່ງຂັນບານເຕະແມ່ນຈິງຈັງ, ຫຼິ້ນບານຢ່າງສະຫຼາດ ແລະ ເປັນຄວາມຫວັງຂອງທີມ.

ເບິ່ງປະຫວັດອື່ນໆໄດ້ທີ່ຄລິບລຸ່ມນີ້:

ສໍາລັບ ອານຸສັກ ແມ່ນມີອ້າຍຊື່ວ່າ ທ້າວ ເອກະລາດ ວິໄລກຸນ ກໍເປັນອີກ 1 ນັກເຕະເຍົາວະຊົນລາວ ທີ່ໜ້າຕິດຕາມ ໂດຍກໍໄປແຂ່ງຂັນດຽວກັນກັບນ້ອງຊາຍເຊັ່ນກັນ ແລະ ຍັງສ້າງຜົນງານໂດດເດັ່ນຍິງ 3 ປະຕູຊ່ວຍໃຫ້ WIG NAGA ຢູ 10 ຄວ້າອັນດັບ 3 ອີກດ້ວຍ, ສ່ວນ ນ້ອງຊາຍຂອງ ອານຸສັກ ແມ່ນຍັງນ້ອຍກໍມີແວວເປັນນັກເຕະຕາມອ້າຍເຊັ່ນດຽວກັນ.
ຂ່າວ-ຮູບ: Larh Creators