ຊາວເມືອງຈອມເພັດ 60 ຄອບຄົວໄດ້ຮັບເງິນສວນຄົວ ເພື່ອການຜະລິດ

54

ຫ້ອງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ( ຊກຂ ) ຫຼື IFAD ໄດ້ຈັດພິທີມອບ – ຮັບເງິນສົມທົບທຶນໃຫ້ຄອບຄົວ6 ບ້ານເປົ້າໝາຍໂຄງການ ໃນຕອນແລງຂອງວັນທີ 17 ຕຸລາ 2022 ໂດຍການໃຫ້ກຽດເປັນປະທານຂອງທ່ານ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ ຈອມເພັດ, ມີ ຫົວໜ້າຫ້ອງການ, ຜູ້ປະສານງານໂຄງການຂັນແຂວງ, ຂັ້ນເມືອງ, ຄະນະໂພສະນາການ, ຕາງໜ້າກຸ່ມບ້ານ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຊົນລະກະເສດ ແລະການຜະລິດເປັນສິນຄ້າຂະໜາດນ້ອຍ ( ຊກຂ ) ຫຼື IFAD ເປັນໂຄງການມຸ່ງນັ້ນປັບປຸງຊີວິດການເປັນຢູ່ ແລະຄວາມຍືນຍົງພາຍໃນພື້ນທີ່ຂອງໂຄງການເຮັດໃຫ້ບັນດາຄົວເຮືອນທີ່ໄດ້ຮັບຜົນປະໂຫຍດ ໄດ້ນໍາໃຊ້ຜົນໄດ້ຮັບ ຈາກການສະໜັບສະໜູນຂອງໂຄງການ ເພື່ອການພັດທະນາເສດຖະກິດຢູ່ທ້ອງຖິ່ນ ໃນຂົງເຂດວຽກງານດ້ານການຜະລິດກະສິກໍາຂະໜາດນ້ອຍ. ເຊິ່ງໂຄງການດັ່ງກ່າວນີ້ ກໍແນໃສ່ບັນດາຄອບຄົວທຸກຍາກ ໃນບ້ານເປົ້າໝາຍໂຄງການຂອງປີ 2022 ນີ້ ປະກອບມີ 6 ບ້ານຄື: ບ້ານ ຈ່ານໃຕ້, ບ້ານ ຫ້ວຍແຊ່ງ, ບ້ານ ນາກາງ, ບ້ານ ນາຄຳ, ບ້ານ ສາມພັນໄຊ ແລະ ບ້ານ ວັງສາ.

ໃນນີ້ແຕ່ລະບ້ານມີຄອບຄົວເປົ້າໝາຍ(ຄອບຄົວທຸກຍາກ) ທີ່ໄດ້ຜ່ານການຄັດເລືອກ 15 ຄອບຄົວ,ມີທັງໝົດ 90 ຄອບຄົວ, ໂດຍແບ່ງເປັນ 2 ຊຸດ.ແລະບ້ານທີ່ໄດ້ຮັບທຶນສົມທົບຄັ້ງນີ້ເປັນຊຸດທີ 1 ,ມີບ້ານລະ 10 ຄອບຄົວ,ລວມທັງໝົດ 60 ຄອບຄົວ ເປັນຈໍານວນເງິນ 60.000.000 ກີບ ແລະ ຊູດທີ 2 ແມ່ນຍັງບໍ່ທັນໄດ້ຮັບ ເງິນທຶນບ້ານລະ 5 ຄອບຄົວ,ລວມທັງໝົດ 30 ຄອບຄົວ ເປັນເງິນ 30.000.000 ກີບ,ເຊີ່ງມອບໂດຍທ່ານ ສີລິພອນ ອິນມີໄຊ ຜູ້ຊີ້ນຳດ້ານໂພຊະນາການຂັນແຂວງຂອງໂຄງການ ແລະ ຮັບໂດຍທ່ານ ບົວພັນ ອຸດົມສິນ.

ໂອກາດນີ້, ທ່ານ ບົວພັນ ອຸດົມສິນ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈມາຍັງໂຄງການດັ່ງກ່າວ ທີ່ເຫັນຄວາມສຳຄັນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ, ຂະນະດຽວກັນກໍ່ເນັ້ນໜັກໃຫ້ຄະນະໂພຊະນາການຈົ່ງພ້ອມກັນເອົາໃຈໃສ່ ສາທິດ, ຕິດຕາມກວດກາຢ່າງໃກ້ຊິດຕິດແທດ ເພື່ອສົ່ງເສີມການພະລິດຂອງປະຊາຊົນ ໂດຍສະເພາະຜູ້ທີ່ໄດ້ຮັບທຶນໃຫ້ໄດ້ຮັບການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.