ມ່ວນແນ່ນອນ! WIG NAGA ກັບ MAZDA 2 ທີມເຍົາວະຊົນລາວຮ່ວມລາຍການແຊັມພົບແຊັມ ທີ່ໄທ

143

ຮ່ວມໃຫ້ກໍາລັງໃຈຫຼານນ້ອຍນັກເຕະເຍົາວະຊົນລາວ ກຽມເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ທີ່ປະເທດໄທສໍາລັບ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ເຊິ່ງເປັນ 2 ທີມເຍົາວະຊົນຕົວແທນຈາກ ສປປ ລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ.

ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ຄັດເອົາທີມຊະນະເຂົ້າຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລໍາດັບ.

ຂະນະທີ່ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຜູ້ຊ່ວຍຄູຝຶກ WIG NAGA ສໍາພາດກັບທີມຂ່າວພວກເຮົາວ່າ: ສໍາລັບ WIG NAGA ເລີ່ມຝຶກຊ້ອມມາໄດ້ 3 ອາທິດ ເຊິ່ງອາທິດທີ 4 ພວກເຮົາເລີ່ມຊ້ອມເຊົ້າແລງ ແລະ ໄດ້ດືງນັກເຕະຈາກເຊໂນ ຮ່ວມທີມນຳອີກ 7 ຄົນ ມາຮອດປັດຈຸບັນແມ່ນມີຄວາມພ້ອມ ແລະ ພວກເຮົາຈະສົ່ງເຂົ້າຮ່ວມ 3 ຮຸ່ນຄື: 9, 10 ແລະ 11 ປີ ໂດຍການເດີນທາງໄປຊຸດນີ້ມີ 36 ຄົນ ( ຄູຝຶກ 7 ທ່ານ ) ກໍານົດອອກເດີນທາງວັນທີ 19 ຕຸລາ 2022. ນອກນັ້ນ, ກໍຍັງທີມ MAZDA GB ທີມຕົວແທນຈາກລາວ ເດີນທາງໄປຮ່ວມອີກດ້ວຍໃນ 2 ຮຸ່ນອາຍຸປະກອບດ້ວຍ 8 ປີ ແລະ 13 ປີ.

“ ສ່ວນເປົ້າໝາຍ ລຸ້ນ 9 ປີຕັ້ງເປົ້າເຂົ້າຮອບ 4 ທີມຢ່າງຕໍ່າ, ລຸ້ນ 10 ປີແມ່ນຕັ້ງເປົ້າເຂົ້າຊີງ ເພາະລຸ້ນ10 ເຮົາແຂ່ງຢູ່ລາວ ໄດ້ແຊັມມາ 3 ຄັ້ງແລ້ວຄື: ແຊັມ 4 ເສົ້າທີ່ມາສດ້າ, ແຊັມທີ 2 ແມ່ນໄດ້ແຊັມຂັນໂຊກທະວີ ຈັດຂຶ້ນທີ່ລາວ ເຊິ່ງມີທັງໄທ ແລະ ຫວຽດນາມ, ສ່ວນແຊັມທີ 3 ແມ່ນລາຍການ ລາວ-ໄທ ມິດຕະພາບຈັດ ຢູ່ເດີ່ນ ຫຼັກ 9 ສປປ ລາວ ເຊິ່ງມີທີມຈາກ ໄທ ເຂົ້າຮ່ວມມີ 8 ທີມ. ຂະນະທີ່ ຮຸ່ນ 11 ປີແມ່ນຕັ້ງເປົ້າເຂົ້າຮອບ 4 ທີມໃຫ້ໄດ້ ” ຜູ້ຊ່ວຍຄູຝຶກ WIG NAGA ກ່າວ.

ສໍາລັບ ການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ຈັດຂຶ້ນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ແຂວງຊຽງຣາຍ ປະເທດໄທ ເປັນເຈົ້າພາບ ໂດຍມີການຊີງໄຊເຖິງ 6 ຮຸ່ນນັບແຕ່ 8-13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີ 8 ທີມເຂົ້າຮ່ວມຊີງໄຊ ລວມທັງໝົດມີເຖິງ 48 ທີມ.
ຂ່າວ: Larh Creators; ຮູບຈາກ: WIG NAGA ແລະ MAZDA