ຂັບລົດທ່ອງທ່ຽວປອດໄພ ແຖມປະຢັດນໍ້າມັນ

7

ເພາະຊີວິດຕ້ອງຫາປະສົບການໃໝ່ໆ ກະຕຸ້ນການສ້າງແຮງບັນດານໃຈ ການອອກທ່ອງທ່ຽວເປັນໜຶ່ງໃນຕົວເລືອກທີ່ດີ ເລື່ອງລາວລະ ຫວ່າງທາງ ຈົນເຖິງທີ່ໝາຍ ລ້ວນເປັນກໍາໄລຂອງຊີວິດແຖມຍັງໄດ້ຜ່ອນຄາຍຈາກ ຄວາມເມື່ອຍລ້າຈາກຊີວິດທີ່ຕ້ອງພົບປະຈໍາວັນ ແນ່ນອນການເດີນທາງທ່ອງທ່ຽວ ຖ້າຈະໃຫ້ມ່ວນຊື່ນເຮົາກໍຕ້ອງກຽມຄວາມພ້ອມ. ມື້ນີ້ຄໍລໍາລົດຂໍແນະນໍາເຕັກນິກໃນການທ່ອງທ່ຽວໃຫ້ປອດໄພ ແລະ ປະຢັດນໍ້າມັນລົດໃຫ້ນັກເດີນທາງທຸກຄົນໄປລອງປະຕິບັດເບິ່ງ.


ສຶກສາເສັ້ນທາງກ່ອນໄປ: ເລື່ອງນ້ອຍໆ ທີ່ບໍ່ຄວນເບິ່ງຂ້າມຢ່າງຍິ່ງ ສໍາລັບການສຶກສາເສັ້ນທາງໃນໄລຍະເທສະການ ຫຼື ວັນພັກຍາວ ສາມາດຫຼີກລ່ຽງເສັ້ນທາງທີ່ມີການຈະລາຈອນແອອັດ ຫຼື ບາງເສັ້ນທາງທີ່ມີການປິດ ເພື່ອສ້ອມແປງ ຫຼາກເຮົາຮູ້ໄວ້ກ່ອນຫຼີກລ່ຽງໄດ້ສະບາຍ ຢ່າງທີ່ກ່າວໄປກ່ອນໜ້ານີ້ປະສົບການບໍ່ໄດ້ຢູ່ທີ່ຈຸດໝາຍປາຍທາງ ແຕ່ລະຫວ່າງທາງກໍມີລໍຖ້າທ່ານຢູ່.
ກໍານົດຈຸດພັກລະຫວ່າງທາງ ອີກໜຶ່ງເລື່ອງນອກຈາກການສຶກສາເສັ້ນທາງແລ້ວ ສະຖານທີ່ສໍາລັບແວ່ພັກລະ ຫວ່າງທາງ ນອກຈາກຈະໄດ້ພັກລົດແລ້ວ ຍັງໄດ້ພັກຄວາມເມື່ອຍລ້າຂອງຜູ້ຂັບ ຈະໃຫ້ດີລອງຫາຮ້ານອາຫານລະ ຫວ່າງທາງເລືອກໃນຮູບແບບຕາມໃຈທ່ານ ເຊິ່ງຈະມີດີໄປກວ່າການຂັບລົດທ່ຽວເພີນໆ ແວ່ຊີມອາຫານແບບທ້ອງຖິ່ນລະຫວ່າງທາງ ຮັບຮອງຈະເປັນການທ່ຽວທີ່ຊາບຊຶ້ງໄປອີກດົນ.


ລົດພ້ອມທຸກຢ່າງກໍງ່າຍດາຍ ສຸດທ້າຍຄືການກຽມລົດກ່ອນອອກເດີນທາງ ເຊື່ອໂລດວ່າຫາກລົດມີບັນຫາໃນລະ ຫວ່າງເດີນທາງ ຄວາມສຸກຂອງທຣິບທ່ອງທ່ຽວຈະພິນາດລົງ. ສະນັ້ນ, ຂໍແນະນໍາສິ່ງທີ່ຄວນກວດສອບ 3 ຈຸດໃຫຍ່ໆ ດັ່ງນີ້:
ໄຟສັນຍານຈະລາຈອນ: ກວດເຊັກໄດ້ງ່າຍ ພຽງຕິດຈັກແລ້ວເປີດເບິ່ງໄຟແຕ່ລະດອກ, ຫາແນວມາຄໍ້າເບຣກແລ້ວລົງມາສໍາຫຼວດໄຟອ້ອມລົດ ເລື່ອງນ້ອຍໆທີ່ຫຼາຍຄົນເບິ່ງຂ້າມ ຈົນກາຍເປັນບັນຫາໃຫຍ່ ເພາະໄຟເບຣກ, ໄຟໜ້າ, ໄຟລ້ຽວ ຖ້າເພກໍ່ໃຫ້ເກີດຄວາມສ່ຽງອຸບັດເຫດ.
ເຄື່ອງຈັກ: ເບື້ອງຕົ້ນສັງເກດຈາກອາການສຽງດັງ ເມື່ອຂັບລົດປົກກະຕິບໍ່ຕ້ອງເປີດວິທະຍຸ ແລ້ວລອງຟັງສຽງເບິ່ງ ຫາກມີສຽງຜິດປົກກະຕິກໍຄວນລົງມາກວດສອບ ແລະ ເຂົ້າຫາຊ່າງສ້ອມແປງ ເພື່ອອະທິບາຍເຖິງສຽງດັງ ແລະ ຫາກມີອາການຜິດປົກກະຕິກໍຄວນແກ້ໄຂດີກວ່າຈະໃຫ້ລົດໄປເພກາງທາງ.
ຢາງລົດ: ຊິ້ນສ່ວນສໍາຄັນທີ່ຄວນກວດສອບຢ່າງຍິ່ງ ເພາະຮັບພາລະໜັກຕະຫຼອດທັງທຣິບເດີນທາງ ເບື້ອງຕົ້ນໃຫ້ກວດເບິ່ງວ່າຢາງຫຼຸ້ຍຫ້ຽນ ຫຼື ບໍ່ ຖ້າແກ້ມຢາງບໍ່ມີຮອຍແຕກ, ບໍ່ມີຮອຍບວມ ເປັນອັນວ່າໃຊ້ງານໄດ້.
ປັດຈຸບັນມີທາງດ່ວນ ວຽງຈັນ – ວັງວຽງແລ້ວ ກໍຍິ່ງເປັນການດີ ແລະ ສະດວກໃນການເດີນທາງ, ອີກທັງຍັງມີການໃຫ້ບໍລິການລົດໄຟ ລາວ – ຈີນ ກໍຍິ່ງເຮັດໃຫ້ການເດີນທາງຂອງທ່ານມີຄວາມສະດວກຍິ່ງຂຶ້ນ.