ຕວັກກີ ສົ່ງອອກສິນຄ້າເພີ່ມຂຶ້ນ 9,2%

20

ສໍານັກຂ່າວຊິນຫົວ ລາຍງານວ່າ ທ່ານ ເມນເມັດມຸສ ລັດຖະມົນຕີກະຊວງການຄ້າຂອງຕວັກກີ ເປີດເຜີຍວ່າ: ໃນເດືອນກັນຍາຜ່ານມາ ມູນຄ່າການສົ່ງອອກສິນຄ້າຂອງຕວັກກີ ໄດ້ບັນລຸ 22,6 ຕື້ລ້ານໂດລາສະຫະລັດ ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນຕົວເລກການສົ່ງອອກລາຍເດືອນເພີ່ມຂຶ້ນສູງສຸດ ໃນໄລຍະ 9 ເດືອນຜ່ານມາ.

May be an image of 4 people and fruit

ສ່ວນມູນຄ່າການນໍາເຂົ້າ ລວມມີ 33 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 41,5% ສົ່ງຜົນໃຫ້ຍອດການຂາດດຸນການຄ້າ ເພີ່ມຂຶ້ນ 298,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ເຢຍລະມັນ, ສະຫະລັດອາເມຣິກາ ແລະ ອີຣັກ ເປັນຜູ້ນໍາເຂົ້າສິນຄ້າຈາກ ຕວັກກີ ເປັນລາຍໃຫຍ່ທີ່ສຸດຈັດເປັນ 3 ອັນດັບທຳອິດ.

May be an image of 2 people, people standing and fruit