ບໍລິສັດລາວຄາຍຢວນບໍ່ແຮ່ຈຳກັດມອບ 400 ລ້ານປະກອບສ່ວນສ້ອມແປງທາງ 13 ໃຕ້

141

ເສັ້ນທາງເລກທີ 13 ເປັນເສັ້ນທາງສາຍຫຼັກທີ່ນຳໃຊ້ຂົນສົ່ງໂດຍສານແຕ່ເໜືອຕະຫຼອດໃຕ້ ຍ້ອນເສັ້ນທາງໄດ້ຮັບໃຊ້ລົດຈຳນວນຫຼວງຫຼາຍໃນແຕ່ລະວັນ ຈິ່ງເຮັດໃຫ້ເກີດການເປ່ເພຫຼາຍຈຸດ ເຊິ່ງປະຈຸບັນ ແມ່ນກຳລັງສ້ອມແປງເສັ້ນທາງ 13 ໃຕ້ເຂດແຂວງບໍລິຄຳໄຊຫາຄຳມ່ວນ.

ດັ່ງນັ້ນ, ເພື່ອປະກອບສ່ວນທຶນປັບປຸງເສັ້ນທາງໃຫ້ກັບມາມີສະພາບດີຄືເກົ່າ ແລະດີກວ່າເກົ່າ ໃນວັນທີ 6 ຕຸລາ 2022 ຢູ່ທີພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ ບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ ໄດ້ນຳເອົາເງິນສົດຈຳນວນ 400 ລ້ານກີບ ມາມອບໃຫ້ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອໃນການສ້ອມແປງເສັ້ນທາງເລກທີ 13 ໃຕ້ ຕາມຈຸດທີເປ່ເພໜັກດ້ວຍການປູຢາງຊັ້ນ1, ປະກອບມີ 2 ຊ່ວງຄື : ຊ່ວງທີ 1 : ແຕ່ໄຟແດງຫລັກ 4 ບ້ານໂພນສະອາດ ຫາ ທາງເຂົ້າໂຮງງານເກືອກາລີ ບ້ານນາມະລາດ, ກມ 336 + 000 – 340 + 00, ມີຄວາມຍາວ 10 ກິໂລແມັດ ແລະ ຊ່ວງທີ 2 ແຕ່ຂົວມິດຕະພາບ III ຫາ 4 ແຍກໄຟແດງຫລັກ4, ບ້ານໂພນສະອາດ, ກມ 324 – 336 , ມີຄວາມຍາວ 12 ກິໂລແມັດ ( ໃນມູນຄ່າການສ້ອມແປງທັງໝົດ 2 ຊ່ວງ 1 ຕື້ກວ່າກີບ ).


ໂດຍການກ່າວມອບຂອງ ທ່ານ ຫວາງ ເຕີສວນ ຜູ້ອໍານວຍການບໍລິສັດ ລາວຄາຍຢວນບໍ່ແຮ່ຈຳກັດ, ຮັບໂດຍ ທ່ານ ຂວັນຕາ ດວງລາຕີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ, ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງບໍລິສັດທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ແລະ ອວຍພອນໃຫ້ທາງບໍລິສັດຈົ່ງປະສົບຜົນສຳເລັດ, ມີຄວາມກ້າວໜ້າ, ທຸລະກິດຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ. ສຳລັບການສ້ອມແປງດັ່ງກ່າວ ປະຈຸບັນພວມຖົມດິນປັບກວດໜ້າທາງຕາມຈຸດທີ່ເປ່ເພ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ ຕຸລາ 2022 ນີ້.


ທ່ານ ຫວາງ ເຕີສວນ ຍັງໄດ້ກ່າວວ່າທາງບໍລິສັດແມ່ນມີຄວາມຍິນດີທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ຫວັງວ່າໃນຕໍ່ໜ້າພວກເຮົາຈະໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງສາພັດທະນາ ແຂວງ ຄຳມ່ວນ ຕື່ມອີກ, ພາຍຫລັງສໍາເລັດການສ້ອມແປງເສັ້ນທາງດັ່ງກ່າວ ນອກຈາກປະຊາຊົນຈະໄດ້ນຳໃຊ້ເສັ້ນທາງທີ່ສະດວກຂື້ນ ທາງບໍລິສັດຂອງພວກເຮົາກໍ່ຈະໄດ້ມີຄວາມສະດວກໃນການຂົນສົ່ງ ແລະ ນຳໃຊ້ເສັ້ນທາງດັ່ງກ່າວເຊັ່ນດຽວກັນ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ໂດຍ ທ່ານ ພາກອນ ແກ້ວມະນີ ຮອງຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍຄະນະພະແນກ, ຂະແໜງການ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ.