ສູງຂຶ້ນຕໍ່ເນື່ອງອັດຕາເງິນເຟີ້ເດືອນກັນຍາ ລະດັບ 34% ຈາກການເພີ່ມຂຶ້ນທຸກໝວດສິນຄ້າ, ຍ້ອນເງິນກີບອ່ອນຄ່າ

162

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ລາຍງານອັດຕາເງິນເຟີ້ຫລ້າສຸດ ເດືອນກັນຍາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 34,0% (ເດືອນສິງຫາ 2022 ແມ່ນ 30,0) ເນື່ອງຈາກການເພີ່ມສູງຂຶ້ນທຸກໝວດສິນຄ້າ ຂອງດັດຊະນີ ເປັນຕົ້ນແມ່ນ: ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 35,5% ມາຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ສັດປີກ, ປາ ແລະ ອາຫານທະເລ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ ເປັນຕົ້ນ.

ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 51,7% ໂດຍສະເພາະລາຄານໍ້າມັນເຊື້ອໄຟ ຍັງເພີ່ມຂຶ້ນເຖິງ 102,4%, ພາຫະນະການຂົນສົ່ງ ແລະ ອາໄຫລ່ລົດຍົນຍັງມີລາຄາເພີ່ມສູງ. ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນເຊັ່ນ: ເຫຼົ້າ ແລະ ຢາສູບ, ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ຮັກສາສຸຂະພາບ ແລະ ຢາ, ການສຶກສາ, ບັນເທິງພັກຜ່ອນ ແລະ ເຄື່ອງໃຊ້ສ່ວນຕົວ ຍ້ອນການອ່ອນຄ່າຂອງເງິນກີບ, ຂະນະດຽວກັນ ຄຳຮູບປະພັນ ທຽບກັບໄລຍະດຽວກັນກັບເດຶອນຜ່ານມາ ມີທ່າອ່ຽງຫຼຸດລົງເລັກນ້ອຍ -1,0%.

ທັງນີ້, ປັດໄຈ ແລະ ສາຍເຫດຂອງອັດຕາເງິນເຟີ້ເດືອນກັນຍາ 2022 ເພີ່ມສູງຂຶ້ນ ສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ແມ່ນມາຈາກບາງປັດໄຈດັ່ງນີ້: ປັດໃຈພາຍນອກ: ຜົນກະທົບການແຜ່ລະບາດ ຂອງ ໂຄວິດ-19 ທີ່ແກ່ຍາວ ແລະ ແພ່ລາມໄປທົ່ວໂລກ ສົ່ງຜົນເຮັດໃຫ້ລະບົບເສດຖະກິດຫຼາຍປະເທດມີລັກສະນະທົດຖອຍ, ສະພາບຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ການຂັດແຍ່ງທາງການທະຫານ ຂອງປະເທດມະຫາອໍານາດໃນໂລກ ເຮັດໃຫ້ຫຼາຍປະເທດໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ; ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນທີ່ຄາດຄະເນໄດ້ຍາກ ເຊິ່ງຈະສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສະພາບເສດຖະກິດ.

ສ່ວນປັດໃຈພາຍໃນ: ຍ້ອນຖານການຜະລິດພາຍໃນປະເທດແມ່ນຍັງບໍ່ທັນເຂັ້ມແຂງ, ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ເຮັດໃຫ້ມີສົ່ງຜົນລາຄານໍ້າມັນເຊື້ອໄຟ ແມ່ນຍັງມີການເໜັງຕີງເພີ່ມສູງຂຶ້ນ ສົ່ງຜົນກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ໝວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການເພີ່ມຂຶ້ນ, ຕົ້ນທຶນສູງຂຶ້ນ, ສະພາບອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດແມ່ນຍັງອ່ອນຄ່າລົງ ເຮັດໃຫ້ລາຄາສິນຄ້າປະເພດນຳເຂົ້າມີລາຄາສູງຂຶ້ນ, ປັດໃຈອື່ນໆເຊັ່ນ: ການຜະລິດກະສິກຳ ແມ່ນຢູ່ໃນຊ່ວງລະດູການທີ່ຜະລິດທີພົບບັນຫາຈາກໄພທໍາມະຊາດ(ຝົນຕົກ, ນໍ້ຖ້ວມ).

ດ້ານການປ່ຽນແປງປີຕໍ່ປີຂອງອັດຕາເງິນເຟີ້ລວມເດືອນກັນຍາ 2022 ທຽບກັບເດືອນດຽວກັນ ຂອງປີຜ່ານມາ ທີ່ເພີ່ມຂຶ້ນ 34,0% ເຊິ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການດັ່ງນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 35,5%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 18,7%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 22,2%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊຶ້ອເພີງຫູງຕົ້ມ ເພີ່ມຂຶ້ນ 22,9%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 27,5%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 44,5%, ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 55,9%, ໝວດໄປສະນີ ແລະໂທລະຄົມມະນາຄົມ ເພີ່ມຂຶ້ນ 11,2%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 16,4%, ໝວດການສຶກສາ ເພີ່ມຂຶ້ນ 10,6%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 24,8%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 25,9%.

ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ເພີ່ມຂຶ້ນສູງໃນ 5 ເດືອນຜ່ານມາ ຈາກເດືອນພຶດສະພາ 2022 ເຟີ້ທີ່ 12,81%, ມິຖຸນາ ເພີ່ມ 23,60%, ກໍລະກົດ 25,56%, ສິງຫາ 30% ແລະ ເດືອນກັນຍາ ເຟີ້ລະດັບ 34%.