ກະຊວງການເງິນ ຮ່ວມມືກັບ ທຫລ ຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ ພ້ອມເປີດໂຕ Lao QR Pay

252

ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ກັບ ກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບ ກຸ່ມບໍລິສັດ ເອໄອເອັຟ (AIF) ຄູ່ຮ່ວມພັດທະນາ ລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືໃນການຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ ຜ່ານລະບົບ FINLINK ແລະ ລະບົບຂອງບໍລິສັດ LAP Net ແລະ ພິທີເປີດໂຕການຊຳລະຂ້າມທະນາຄານ ຜ່ານ LAPNet (Lao QR Pay).

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 6 ຕຸລາ 2022 ທີ່ໂຮງແຮມ ວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ, ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທຫລ ພ້ອມດ້ວຍບັນດາກົມພາຍໃນກະຊວງການເງິນ, ທຫລ, ກະຊວງທີ່ກ່ຽວຂ້ອງ, ທະນາຄານທຸລະກິດ, ກຸ່ມບໍລິສັດ AIF, ບໍລິສັດ LAPNet, ບໍລິສັດຫົວເຫວີຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ວິໄລທອງ ສຸດທະວີໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ລາຍງານວ່າ: ກະຊວງການເງິນ ໄດ້ພັດທະນາລະບົບເຊື່ອມຕໍ່ ຮັບໃຊ້ວຽກງານເກັບລາຍຮັບງົບປະມານແຫ່ງລັດ ຜ່ານທະນາຄານທຸລະກິດ ແຕ່ການພັດທະນາລະບົບທີ່ກ່າວມານັ້ນ ຍັງບໍ່ທັນລວມສູນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ, ເຊື່ອມຕໍ່, ສະຫຼຸບລາຍງານ ໃຫ້ທັນສະພາບການ, ກະຊວງການເງິນ ຈິ່ງໄດ້ພັດທະນາລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ແບບລວມສູນ (ລະບົບ FINLINK) ຊຶ່ງແມ່ນໜຶ່ງໃນ ໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ (ດິຈິຕອນ), ເປັນລະບົບໃຈກາງ ລວມສູນ ການເຊື່ອມຕໍ່ ລະຫວ່າງ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ພາຍໃນຂອງກະຊວງການເງິນ ແລະ ເຊື່ອມຕໍ່ກັບ ລະບົບການຊໍາລະທີ່ ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ໂດຍສະເພາະ ລະບົບການຊໍາລະທຸລະກໍາຍ່ອຍ ຂອງບໍລິສັດ LAPNet ເຊິ່ງຈະຊ່ວຍເພື່ອຫຼຸດຜ່ອນຂອດຂັ້ນໃນການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ ໃຫ້ກະທັດຮັດ, ມີຄວາມໂປ່ງໃສ, ການສະຫຼຸບລາຍງານມີຄວາມສະດວກ, ວ່ອງໄວ.

ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ, ທຫລ ກ່າວວ່າ: ຈຸດປະສົງຂອງການລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືລະຫວ່າງ ສອງພາກສ່ວນໃນມື້ນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານຕົວຈິງຂອງລັດຖະບານ ໃນການຫັນການເກັບລາຍຮັບງົບປະມານ ແລະ ການພັດທະນາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ເປັນທັນສະໄໝ ໂດຍສະເພາະ ແມ່ນການເບີກຈ່າຍງົບປະມານ, ການຈັດເກັບລາຍຮັບ ພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆທັງໝົດ ຜ່ານຜູ້ໃຫ້ບໍລິການຊໍາລະ (ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນ ຫຼື ບໍລິສັດຟິນເຕັກ (Fintech) ທີ່ໄດ້ຮັບອະນຸຍາດຈາກ ທຫລ ໂດຍຜ່ານລະບົບ FINLINK ທີ່ກະຊວງການເງິນ ພັດທະນາ ແລະ ລະບົບຂອງບໍລິສັດ LAPNet ທີ່ ທຫລ ເປັນຜູ້ຄຸ້ມຄອງ ແລະ ຊຸກຍູ້ການພັດທະນາ ເຊິ່ງຈະຊ່ວຍເຮັດໃຫ້ວຽກງານການຊໍາລະ ແບບເອເລັກໂຕຣນິກມີທ່າອ່ຽງຂະຫຍາຍຕົວຫຼາຍຂຶ້ນ, ທັງເປັນການຫຼຸດຜ່ອນການນໍາໃຊ້ເງິນສົດໃນສັງຄົມ (Cashless Society) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອລ (Digital Economy) ກໍຄືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມກ້າວໜ້າຂຶ້ນ ເທື່ອລະກ້າວ.

ນອກຈາກ ການລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມື ລະຫວ່າງ ກົມຄຸ້ມຄອງລະບົບຊໍາລະສະສາງ ກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນແລ້ວ ຍັງໄດ້ມີພິທີເປີດໂຕການຊຳລະຂ້າມທະນາຄານຜ່ານ LAPNet (Lao QR Pay) ເຊິ່ງຖືວ່າເປັນຜົນສຳເລັດໜຶ່ງ ທີ່ສຳຄັນຂອງວຽກງານການຊໍາລະ ໃນການພັດທະນານໍາໃຊ້ມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ ທີ່ເປັນທັນສະໄໝ, ມີຄວາມສະດວກ, ສາມາດເຊື່ອມໃຊ້ຮ່ວມກັນໄດ້ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ຜູ້ຊົມໃຊ້ທົ່ວໄປທີ່ຈະຕ້ອງໄດ້ ເປີດບັນຊີກັບຫຼາຍທະນາຄານ ຈຶ່ງຈະສາມາດຊຳລະກັບຮ້ານຄ້າຕ່າງໆໄດ້.

ທ່ານ ສຸລິສັກ ທຳນຸວົງ ໃຫ້ຮູ້ຕື່ມວ່າ: ການເປີດໂຕ Lao QR Pay ໃນເບື້ອງຕົ້ນ ການຊຳລະຂ້າມທະນາຄານຜ່ານ LAPNet (Lao QR Pay) ແມ່ນສາມາດໃຫ້ບໍລິການ ໄດ້ທັງໝົດ 6 ທະນາຄານຄື: ທະນາຄານ ການຄ້າຕ່າງປະເທດລາວ, ທະນາຄານ ເພື່ອການລົງທຶນ ແລະ ການຄ້າ, ທະນາຄານ ຮ່ວມພັດທະນາ, ທະນາຄານ ສົ່ງເສີມກະສິກຳ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ແລະ ທະນາຄານ ອິນໂດຈີນ. ພ້ອມດຽວກັນນີ້, ກໍຍັງມີອີກ 3 ທະນາຄານ ຄື: ທະນາຄານ ພັດທະນາລາວ, ທະນາຄານ ມາຣູຮານ ເຈແປນລາວ ແລະ ທະນາຄານ ກະສິກອນໄທ ທີ່ກໍາລັງກະກຽມຄວາມພ້ອມທີ່ຈະໃຫ້ບໍລິການໃນທ້າຍປີ 2022 ນີ້ ເຊິ່ງ ທຫລ ກໍມີແຜນທີ່ຈະຊຸກຍູ້ ແລະ ເຮັດວຽກຮ່ວມກັບບັນດາຜູ້ໃຫ້ບໍລິການຊໍາລະອື່ນໆທີ່ຍັງບໍ່ທັນໄດ້ເຂົ້າຮ່ວມ ໃຫ້ມາເຂົ້າຮ່ວມເປັນສ່ວນໜຶ່ງຂອງການຊໍາລະຂ້າມທະນາຄານຜ່ານ LAPNet (Lao QR Pay) ເພື່ອໃຫ້ຜູ້ຊົມໃຊ້ສາມາດຊໍາລະຄ່າສິນຄ້າ-ບໍລິການ, ພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ຮ່ວມກັນໄດ້ໃນຂອບເຂດທົ່ວປະເທດ.