ໄຟຟ້າ ຫົງສາ ມອບທຶນການສຶກສາໃຫ້ນັກຮຽນດີ-ຮຽນເກັ່ງ 3 ເມືອງ 40 ທຶນ ມູນຄ່າ 120 ລ້ານກີບ

39

ຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ໂຮງຮຽນມັດທະຍົມສຶກສາ ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ຈັດພິທີມອບທຶນການສຶກສາ ປະຈໍາປີ 2022 ໃນລະຫວ່າງວັນທີ 23 ກັນຍາ 2022 ແລະ ວັນທີ 4-5 ຕຸລາ 2022 ໂດຍການມອບທຶນໃຫ້ກັບນັກຮຽນຂອງທັງ 3 ເມືອງ ດັັ່ງທີ່ກ່າວມານັ້ນລວມທັງໝົດ ຈໍານວນ 40 ທຶນ ເປັນເງິນ ມູນຄ່າ 120.000.000 ກີບ

ຈຸດປະສົງການມອບທຶນການສຶກສາຂອງ ບໍລິສັດ ໄຟຟ້າ ຫົງສາ ແມ່ນເພື່ອມອບໂອກສດໃຫ້ກັບນັກຮຽນພາຍໃນເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ໄດ້ສຶກສາຮຽນຕໍ່ຈົນຈົບລະດັບຊັ້ນມັດທະຍົມສຶກສາຕອນປາຍ, ສາມາດແບ່ງເບົາພາລະລາຍຈ່າຍຂອງຄອບຄົວ ແລະ ເກີດເປັນຄວາມພາກພູມໃຈຂອງຕົນເອງທີ່ໄດ້ຮັບໂອກາດທາງການສຶກສາຈາກບໍລິສັດ ທີ່ຈະນໍາພາຄວາມສໍາເລັດ ແລະ ໂອກາດທາງສາຍງານອາຊີບໃນອະນາຄົດຕໍ່ໄປ

ການມອບທຶນດັ່ງກ່າວໄດ້ມີຂຶ້ນຕາມລຳດັບດັ່ງນີ້, ວັນທີ 23 ກັນຍາ 2022 ໄດ້ຈັດພິທີມອບທຶນການສຶກສາທີ່ເມືອງຊຽງຮ່ອນ ໂດຍການເປັນປະທານຂອງ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ແລະ ມອບໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ເຂົ້າມອບທຶນການສຶກສາ ໃຫ້ກັບໂຮງຮຽນມັດທະຍົມສຶກສາສົມບູນມົກສະຕຸ ຈໍານວນ 2 ທຶນ ເປັນເງິນ ຈໍານວນ 6.000.000 ກີບ.

ຈາກນັ້ນວັນທີ 4 ຕຸລາ 2022 ໄດ້ມອບທຶນການສຶກສາຂຶ້ນທີ່ເມືອງຫົງສາ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໂດຍການເປັນປະທານຂອງ ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ ແລະ ໄດ້ຮັບກຽດຈາກ ທ່ານ ຄະທາຍຸດ ຊູພູນ ເຂົ້າມອບທຶນການສຶກສາ ຈໍານວນ 6 ໂຮງຮຽນ ເຊັ່ນ: ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ, ໂຮງຮຽນມັດທະຍົມສຶກສາສົມບູນບ້ານຫານ, ໂຮງຮຽນມັດທະຍົມສຶກສາສົມບູນນາປຸ່ງ, ໂຮງຮຽນມັດທະຍົມສຶກສາສົມບູນໂຄກແອກ, ໂຮງຮຽນມັດທະຍົມສຶກສາສົມບູນພູແລ້ງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນຕອນຕົ້ນແທ່ນຄໍາ ຈໍານວນ 30 ທຶນ ແບ່ງອອກເປັນ ທຶນລະ 3.000.000 ກີບ ລວມເປັນເງິນທັງໝົດ 90.000.000 ກີບ

ວັນທີ 5 ຕຸລາ 2022 ໄດ້ມອບທຶນການສຶກສາທີ່ເມືອງເງິນ ເຊິ່ງມີຈໍານວນ 5 ໂຮງຮຽນ ທີ່ໄດ້ຮັບເຊັ່ນ: ໂຮງຮຽນມັດທະຍົມສຶກສາສົມບູນເມືອງເງິນ, ໂຮງຮຽນມັດທະຍົມສຶກສາສົມບູນບ້ານທອງ, ໂຮງຮຽນມັດທະຍົມສຶກສາຕອນຕົ້ນປາງບົງ ແລະ ໂຮງຮຽນມັດທະຍົມສຶກສາຕອນຕົ້ນດອກເຜິ້ງ ຈໍານວນ 8 ທຶນ ເປັນເງິນ ມູນຄ່າ 24.000.000 ກີບ

ບໍລິສັດ ໄຟຟ້າ ຫົງສາ ໃຫ້ການສະໜັບສະໜູນທຶນການສຶກສາໃຫ້ກັບນັກຮຽນລະດັບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເລີ່ມຕັ້ງແຕ່ປີ 2011 ເປັນຕົ້ນມາ ຮອດປັດຈຸບັນ ພາຍໃຕ້ການດໍາເນີນງານຂອງ ພະແນກປະຊາສໍາພັນ ຝ່າຍສື່ສານອົງກອນ ໂດຍໄດ້ມີການຈັດຕັ້ງຄະນະກໍາມະການ ເປັນຜູ້ພິຈາລະນາການໃຫ້ທຶນສຶກສາ ແລະ ນັກຮຽນທີ່ໄດ້ຮັບທຶນການສຶກສາ ຈະຕ້ອງເປັນນັກຮຽນທີ່ຜ່ານເກນການຄັດເລືອກຂອງຄະນະກໍາມະການ ແລະ ຕ້ອງເປັນນັກຮຽນທີ່ໄດ້ຮັບການຮັບຮອງຈາກໂຮງຮຽນ ວ່າເປັນນັກຮຽນທີ່ມີຜົນການຮຽນດີ, ມີຄວາມປະພຶດດີ ແລະ ສາມາດເປັນແບບຢ່າງໃຫ້ກັບໂຮງຮຽນໄດ້.