ແລງມື້ນີ້ ຢູ 17 ລາວ ຮັບມືກັບ ອີຣານ ນັດທໍາອິດຄັດບານເຕະອາຊີ ທີ່ປະເທດກຽກກິດສະຖານ

105

ພາຍຫຼັງທີ່ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ.

ສໍາລັບ ຢູ 17 ລາວ ເດີນທາງຮອດປປະເທດດັ່ງກ່າວໃນວັນທີ 30 ກັນຍາ 2022 ຕາມເວລາໃນປະເທດລາວ ແລະ ວັນທີ 1, 2, 3 ແລະ 4 ຕຸລາ 2022 ທັບນັກທີມລາບານເຕະ ທີມຊາດລາວ U17 ລົງສະໜາມຝຶກຊ້ອມ 4 ມື້ເຕັມ ທ່າມກາງບັນຍາກາດລົມໜາວ ທີ່ສະໜາມ Sport city ແຫ່ງເມືອງ Bishkek ປະເທດ ກຽກກີດສະຖານ ເພື່ອເປັນການປັບສະພາບຮ່າງກາຍແລະຈິດໃຈ ລວມເຖິງການວາງເຕັກນິກຕ່າງໆ ເພື່ອກຽມພ້ອມສໍາລັບການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ໃນນັດທໍາອິດ ທີມຊາດອີຣານ ພົບ ທີມຊາດລາວ ໃນວັນທີ 5 ຕຸລາ 2022 ເວລາ 15:00 ຕາມເວລາທ້ອງຖິ່ນ ( ກົງກັບເວລາໃນບ້ານເຮົາແມ່ນ 16:00 ໂມງ ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ.

ສໍາລັບ ທີມຊາດລາວ ຢູ 17 ຍັງບໍ່ເຄີຍໄດ້ພົບກັບ ອີຣານ ຢູ 17 ຈັກຄັ້ງໃນໄລຍະທີ່ຜ່ານມາ ກໍຄືດັ່ງທີ່ຮູ້ ຢູ 17 ລາວ ແມ່ນຍັງບໍ່ເຄີຍຜ່ານຮອບຄັດເລືອກເຂົ້າຮອບສຸດທ້າຍຈັກຄັ້ງ ກົງກັນຂ້າມກັບ ຢູ 17 ອີຣານ ເປັນທີມລະດັບແຖວໜ້າຂອງອາຊີ ເຄີຍຄວ້າແຊັມລາຍການນີ້ໄດ້ 1 ສະໄໝໃນປີ 2008 ແລະ ຄວ່າຮອງແຊັມໄດ້ 2 ສະໄໝຄື 2000 ແລະ 2016 ເປັນງານທີ່ທ້າທາຍສໍາລັບ ຢູ 17 ລາວ.

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ມີດັ່ງນີ້:
– ວັນທີ 5 ຕຸລາ 2022 ເວລາ 15:00 ໂມງ ອີຣານ ພົບ ລາວ
– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

ຂ່າວ: Larh Creators ; ຮູບຈາກ: ສຕລ