ການບໍລິຫານອົງກອນ ໃຫ້ສຳເລັດຕາມແນວທາງນະໂຍບາຍ ພັກ- ລັດ

197

ການເປັນຜູ້ບໍລິຫານ ຫຼື ຜູ້ນຳ ກໍຄືຜູ້ທີ່ໄດ້ຮັບມອບໝາຍ, ແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບໃຫ້ນຳພາອົງກອນກ້າວໄປສູ່ ຄວາມສຳເລັດໂດຍຜ່ານການຄຸ້ມຄອງ, ຊີ້ນຳໆພາບຸກຄະລາກອນເຮັດວຽກໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້.
ໃນມື້ນີ້ ໜັງສືພິມເສດຖະກິດ – ການຄ້າພວກເຮົາ ຈະມານຳສະເໜີວິທີການບໍລິການອົງກອນຂອງຫົວໜ້າສາຂາໄຟຟ້າແຂວງອັດຕະປື ເຊິ່ງກ່ອນໜ້ານັ້ນແມ່ນເປັນຫົວ ໜ້າສາຂາໄຟຟ້າແຂວງສາລະວັນ ມານຳສະເໜີ.


ທ່ານ ເດດສຸວັນ ມາໄລທອງ ເຄີຍໄດ້ໃຫ້ທັດສະນະວ່າ: ການບໍລິການອົງກອນພາຍໃຕ້ການນຳພາຂອງພັກ ແລະ ລັດ, ສິ່ງທີ່ສຳຄັນທີ່ສຸດ ຄື: ເອົາໃຈໃສ່ນຳພາ ແລະ ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ, ສາມາດກຳໄດ້ແນວທາງ ແລະ ເປົ້າໝາຍການປະຕິບັດ 4 ບຸກທະລຸແນວທາງຂອງພັກ ແລະ ລັດຖະບານໃຫ້ໄດ້, ຢາກເຮັດໄດ້ແນວນັ້ນ ສຳລັບຂ້າພະເຈົ້າເອງແມ່ນມີວິທີການປະຕິບັດ ດັ່ງນີ້:
1. ອົງກອນຕ້ອງມີການວາງແຜນ ໂດຍສະເພາະແມ່ນ ການນຳໃຊ້ຂໍ້ກຳນົດກົດລະບຽບວິໄນ, ການວາງແຜນຄົນ, ແຜນງານ ແລະ ແຜນເງິນ, ວັດຖຸອຸປະກອນຮັບໃຊ້ໃນການປະຕິບັດໜ້າທີ່ຈຶ່ງຈະເຮັດໃຫ້ວຽກງານອົງກອນປະສົບຜົນສຳເລັດໄດ້ ເພາະຖ້າຂາດຢ່າງໃດຢ່າງໜຶ່ງໄປຈະເຮັດໃຫ້ການປະຕິບັດວຽກງານພົບຄວາມຫຍຸ້ງຍາກ ແລະ ອາດຈະບໍ່ໄດ້ປະສິດທິຜົນ.
2. ເພີ່ມທະວີເອົາໃຈໃສ່ວຽກງານສົມທົບວຽກງານ ກັບທັງພາຍໃນ ແລະ ພາຍນອກອົງກອນ ເນື່ອງຈາກການປະສານງານເປັນຫົວໃຈໃນການກະຈາຍວຽກໃຫ້ທົ່ວເຖິງ ທັງພະນັກງານພາຍໃນອົງກອນເອງ ຫຼື ກັບໜ່ວຍງານທີ່ກ່ຽວຂ້ອງທີ່ມີການປະຕິບັດວຽກງານຮ່ວມກັນ.
3. ເຮົາຕ້ອງກຳແໜ້ນໄດ້ແນວທາງນະໂຍບາຍ, ຈຸດສຸມຂອງອຳນາດການປົກຄອງແຕ່ລະຂັ້ນ ເພື່ອເຮັດໃຫ້ການປະຕິບັດວຽກງານຖືກຕ້ອງຕາມແຜນ ແລະ ຄວາມຕ້ອງການທີ່ຈຳເປັນໃນແຕ່ລະທ້ອງຖິ່ນໃຫ້ໄດ້ຕາມຄາດໝາຍ.
4. ຕັດສິນໃຈເພີ່ມທະວີບົດບາດການຊີ້ນຳໆພາອົງກອນໃຫ້ປະຕິບັດວຽກງານໃຫ້ປະສົບຜົນສຳເລັດຕາມຄາດໝາຍ.
5. ອົງກອນຕ້ອງມີຄວາມສາມັກຄີພາຍໃນອັນແໜ້ນແຟ້ນ ຂອງພະນັກງານດ້ວຍກັນເອງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານ ແລະ ນຳພາອົງກອນໃຫ້ຈະເລີນກ້າວໜ້າໄປພ້ອມໆກັນ, ພ້ອມທັງສາມັກຄີກັບຄູ່ຮ່ວມງານພາຍນອກ ເພື່ອເຮັດໃຫ້ການປະຕິບັດວຽກງານສຳເລັດບັນລຸຕາມແຜນ ແລະ ລູກຄ້າກໍຕ້ອງມີນ້ຳໃຈເອື້ອເຟື້ອ ມີນ້ຳໃຈສັດຊື່ບໍລິສຸດໃນການບໍລິການ ເພື່ອໃຫ້ລູກຄ້າປະທັບໃຈ.
6. ມີການກວດກາປະເມີນຜົນເລື້ອຍໆ ໂດຍຖືເອົາການສ່ອງແສງປະຈຳອາທິດ, ປະຈຳເດືອນ ເປັນບັນຫາສຳຄັນ.
7. ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ບັນດາອ້າຍນ້ອງພະນັກງານ ໃຫ້ມີໂອກາດໄປຍົກລະດັບການສຶກສາໃນຫຼາຍລະດັບ, ຈັດຝຶກອົບຮົມພະນັກງານຈັດພະນັກງານສົ່ງໄປຍົກລະດັບຫຼາຍດ້ານຢ່າງຕໍ່ເນື່ອງ.
8. ເຫັນຄວາມສຳຄັນຂອງອ້າຍນ້ອງພະນັກງານ ໂດຍສະເພາະຜູ້ທີ່ມີຜົນງານດີ ກໍຍ້ອງຍໍສັນລະເສີນ, ສ່ວນຜູ້ທີ່ມີຂໍ້ຜິດພາດ ຫຼື ບົກຜ່ອງກໍມີການຕັກເຕືອນ.
ສິ່ງທີ່ສຳຄັນທີ່ສຸດ ອົງກອນທຸກຄົນຕ້ອງມີນ້ຳໃຈ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແບບແຜນການເຮັດວຽກທີ່ລະອຽດ, ມີການສຶກສາອົບຮົມ, ຫັນເອົາທິດສະດີມາໝູນໃຊ້ຕົວຈິງຢ່າງມີຫົວຄິດປະດິດສ້າງ, ການນຳໃຊ້ໂອກາດ, ເຕັກໂນໂລຊີໃນຍຸກໃໝ່ເຂົ້າມານຳໃຊ້ໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.