ມາຮູ້ຈັກລົດໄຟຟ້າ ເນ່ຕ້າຢູໂປຣ

33

ບໍລິສັດ ໂອໂຕ ເອເຊຍ ຈໍາກັດ ໄດ້ຈັດພິທີເປີດໂຕຍີ່ຫໍ້ລົດ ເນ່ຕ້າ ( NETA ) ແລະ ເປີດໂຕລົດລຸ້ນ NETA U Pro ໃນວັນທີ 18 ກັນຍາ 2022 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເຊິ່ງລົດລຸ້ນດັ່ງກ່າວສາມາດແລ່ນໄດ້ 500 ກິໂລແມັດຕໍ່ການສາກ 1 ຄັ້ງ
ລົດ ເນ່ຕ້າ U Pro ລົດ SUV ເປັນລົດພະລັງງານໄຟຟ້າ 100% ສະກົດທຸກຄວາມເຄື່ອນໄຫວ ຕອບໂຈດໄລຟສະໄຕສ ຂອງຄົນຮຸ່ນໃໝ່. ພາຍນອກອອກແບບໃຫ້ມີເອກະລັກ ແລະ ລົງຕົວທຸກອົງປະກອບ ໂດດເດັ່ນມາພ້ອມກິ່ນອາຍອັນມີສະເໜ່ ລໍ້າຍຸກ ສະກົດ ແລະ ດຶງດູດຄວາມຮູ້ສຶກທຸກສາຍຕາຢູ່ຖະໜົນ ດ້ວຍເສັ້ນສາຍ ແລະ ຄົມສັນໂອບອ້ອມໂຕລົດທີ່ສະຫງ່າງາມ ປະສົມປະສານ ແລະ ສອດຄ່ອງຢ່າງເໜືອລະດັບ ສ້າງໃຫ້ເກີດຄວາມແຂງແກ່ນ ນໍາໃຊ້ໂຄງສ້າງໂຕຖັງໃໝ່ HPA Platform ເນັ້ນຄວາມນິ້ມນວນ ຄວາມງຽບ ແຕ່ໃຫ້ ຄວາມປອດໄພ ທົນທານດ້ວຍຊ່ວງລ່າງທີ່ໜຽວແໜ້ນໃຫ້ ຄວາມປອດໄພສູງສຸດ, ນໍ້າໜັກເບົາ.
ຫ້ອງໂດຍສານພາຍໃນ ກວ້າງຂວາງ ຕົກແຕ່ງໄດ້ຢ່າງປານີດ ໃສ່ໃຈທຸກລາຍລະອຽດ, ຫຼັງຄາ Panoramic Sunroof ທີ່ສວຍງາມອັດແໜ້ນກັບຟັງຊັນ ການຂັບຂີ່ທີ່ຫຼາກຫຼາຍ ງ່າຍໃນການນໍາໃຊ້ ດ້ວຍ ການອອກແບບສະໄຕສ Minnimalist Concept, ເບາະໜັງ Design ແບບສະປອດ, ໄຟໜ້າສອງຂ້າງອອກແບບຖືກຕ້ອງຕາມຫຼັກສາລິລະຂອງຮ່າງກາຍມະນຸດທີ່ສ້າງມິຕິໃໝ່ແຫ່ງສຸນທະລີຍະພາບການຂັບຂີ່ ເພີ່ມຄວາມຜ່ອນຄາຍ ແລະ ຫຼຸດຄວາມເມື່ອຍລ້າໃນທຸກການເດີນທາງ.
ລົດມີຖານລໍ້ 2.770 mm, ຄວາມສູງກ້ອງພື້ນລົດ 135 mm, ແຮງບິດສູງສຸດ 210 N.m, ຂະໜາດລໍ້ແມັກ ແລະ ຢາງ 225/60 R18.


ສາມາດສາກໄຟເຮືອນ 20 – 100% ໃຊ້ເວລາ 8,5 ຊົ່ວໂມງ, ສາກແບບໄວ 30 – 80% ໃຊ້ເວລາ 30 ນາທີ, ອັດຕາເລັ່ງ 0 – 100 ກິໂລແມັດ ໃຊ້ເວລາ 9,5 ວິນາທີ, ລະບົບຄືນພະລັງງານເຂົ້າສູ່ແບັດເຕີຣີ 3 ລະດັບ, ລະບົບຄວບຄຸມຄວາມໄວອັດສະລິຍະ, ແວ່ນເບິ່ງຂ້າງປັບໄຟຟ້າ, ພວງມາໄລຫຸ້ມດ້ວຍໜັງ, ເຣດ້າກະໄລຍະດ້ານໜ້າ 4 ຈຸດ ແລະ ຫຼັງ 4 ຈຸດ, ກ້ອງຖອຍຫຼັງພ້ອມເຊັນເຊີ້ກະໄລຍະທາງ, ລະບົບ E-Pedal ເຕັກໂນໂລຊີຄັນເລັ່ງອັດສະລິຍະ, ມີຟັງຊັນການປ່ອຍໄຟຟ້າໃຫ້ທາງນອກ V2L, ລະບົບເຕືອນແຮງດັນລົມ, ຖົງລົມນິລະໄພຄູ່ໜ້າ ແລະ ດ້ານຂ້າງ, ລະບົບລັອກປະຕູພາຍໃນ, ລະບົບເບຣກປ້ອງກັນລໍ້ລັອກ ພ້ອມລະບົບກະຈາຍແຮງເບຣກແບບເອເລັກໂຕນິກ, ລະບົບເສີມແຮງເບຣກ, ລະບົບຄວບຄຸມການຊົງໂຕ, ລະບົບຄວບຄຸມການມື່ນໄຫຼ, ລະບົບຊ່ວຍຂຶ້ນ – ລົງທາງຄ້ອຍຊັນ.

ໜ້າປັດສະແດງສະຖານະການສາກທີ່ກະຈັ່ງໜ້າ, ໄຟສັນຍານລ້ຽວແບບນໍ້າໄຫຼ, ລະບົບແອແບບຈໍສໍາຜັດ, ປັບໂໝດນໍ້າໜັກພວງມາໄລໄດ້ 2 ໂໝດ ຄື ສະບາຍ ແລະ ສະປອດ, ປັບໂໝດການຂັບຂີ່ໄດ້ 3 ໂໝດ ຄື: ປະຢັດ, ສະບາຍ ແລະ ສະປອດ, ເບາະໜັງປັບໄຟຟ້າໄດ້ 6 ທິດທາງເບື້ອງຄົນຂັບ ແລະ 4 ທິດທາງເບື້ອງຜູ້ໂດຍສານ, ປະຕູປິດເປີດດ້ວຍໄຟຟ້າ, ມີຊ່ອງແອດ້ານຫຼັງ ແລະ ກອງກັນຝຸ່ນພູມແພ້ N95, ໄຟໜ້າໄຟທ້າຍແບບ LED, ປຸ່ມຈັບເກຍໂອໂຕ້ແບບໝູນໄຟຟ້າ, ຈໍໜ້າປັດຂະໜາດ 8 ນິວ, ຈໍກາງສໍາຜັດຂະໜາດ 8 ນິ້ວ, ມີລະບົບບລູທູດ, ສາມາດເຊື່ອມສາຍ ຢູເອັສບີ ເຂົ້າກັບສະມາດໂຟນ ສະແດງພາບເທິງໜ້າຈໍອິນໂຟເທັນເມັ້ນ ແລະ ລະບົບອໍານວຍຄວາມສະດວກອື່ນໆ.
ແບັດເຕີຣີ ຈາກ CATL ຜູ້ຜະລິດແບັດອັນດັບ 1 ຂອງໂລກ ຕິດຕັ້ງໃສ່ໂຄງສ້າງ HPA Platform ປ້ອງກັນການເກີດອຸບັດເຫດໄດ້ດີທີ່ສຸດ.