ປະທານອົງການກາແດງແຫ່ງຊາດລາວ ຕ້ອນຮັບຜູ້ຕ່າງໜ້າອົງການອະນາໄມໂລກ ເຂົ້າພົບປະຢ້ຽມຢາມ

50

ວັນ​ທີ 29 ກັນຍາ 2022 ຜ່ານມາ ທ່ານ ຮສ ດຣ ພູທອນເມືອງປາກ ປະທານອົງການແຫ່ງຊາດລາວ ໃນຖານະທີ່ເປັນປະທານຄະນະກຳມະທິການປະສານງານຂອງປະເທດລາວສຳລັບທຶນຊ່ວຍເຫລືອລ້າ ຈາກກອງທຶນໂລກໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມພົບປະຂອງ ທ່ານ ນາງ ດຣ ໂຣຢິງຣູ ແຈັກກະຣິນ ຜູ້ຕາງຫນ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຄົນໃໝ່ ໃນໂອການທີທ່ານມາຮັບຫນ້າທີ່ໃຫມ່ເປັນຜູ້ຕາງຫນ້າອົງການອະນາໄມໂລກຄົນໃຫມ່ ແລະ ທັງມາປະຕິບັດຫນ້າທີ່ເປັນປະທ່ານຮ່ວມຂອງຄະນະກຳມະທິການດັ່ງກ່າວ.

ໃນໂອກາດນີ້, ທ່ານ ຮສ ດຣ ພູທອນ ເມືອງປາກປະທານອົງການກາແດງລາວໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ນາງ ດຣ ໂຮຢິງຣູ ແຈັກກະລິນ ພ້ອມ​ດ້ວຍ​ຄະນະ ໄດ້ເຂົ້າມາພົບປະຢຽ້ມຢາມ , ໃນໄລຍະຜ່ານມາອົງການດັ່ງກ່າວໄດ້ປະກອບສ່ວນສະຫນັບຫນູນ ຊ່ວຍເຫລືອ ໃນຫລາຍໂຄງການໃນການພັດທະນາຊີວິດການຢູ່ຂອງຊາຊົນດີຂື້ນເປັນກ້າວ
ບັນຍາກາດພົບປະປຶກສາຫາລືທັງສອງຝ່າຍເຕັມໄປຄວາມສະຫນິດສະຫນຸມເຂົ້າອົກເຂົ້າໃຈ,ໃນຫລາຍບັນຫາເປັນຕົ້ນແມ່ນ: ການກະກຽມສ້າງບົດສະເຫນີໂຄງການເພື່ອສືບຕໍ່ຂໍທຶນຊ່ວຍເຫລືອຈາກກອງທຶນໂລກຮອບໃຫມ່ໄລຍະແຕ່ປີ2024ເຖິງ2026,ຍຸດຖະສາດກອງທຶນໂລກ ,ແຜນຕໍ່ສູ້ກັບການແຜ່ລະບາດຂອງພະຍາດເພື່ອສຸຂະພາບທີ່ດີແລະມີຄວາມສຸກຢູ່ໃນໂລກ , ເຊິ່ງໄດ້ກຳນຸດໃນວິໄສທັດທີ່ວ່າ: “ໂລກທີ່ປະສະຈາກພະຍາດເອສວັນນະໂລກໄຂຍຸງໂດຍມີຄວາມສະເຫມີພາບແລະສຸຂະພາ”.

ນັບແຕ່ປີ2003ເປັນຕົ້ນມາກອງທຶນໂລກໃຫ້ການສະຫນັບສະຫນູນງົມປະມານໃຫ້ສປປລາວເປັນຕົ້ນມາເພື່ອຫລຸດຜ່ອນກ້າວໄປເຖິງການຢຸດຕິພະຍາດເອສວັນນະໂລກ ແລະໄຂມາລາເລຍ ຢູ່ໃນສປປລາວ ,ເຊິ່ງໄດ້ຕິດພັນກັບເບົ້າຫມາຍສະຫັດສະວັດທີ່ຍືນຍົງເຖິງປີ2030 , ເຊີງອິກ3ປີຈະຕ້ອງໄດ້ທົບທວນຄືນ ຕົວຊີ້ວັດ ,ຄວາມຄືບຫນ້າຂອງໂຄງການ,ເພື່ອຮ່າງບົດສະເຫນີໂຄງການຂໍງົບປະມານສະຫນັບສະຫນູນໂຄງການຮອບໃຫມ່ອິກເພື່ອພັດທະນາສຸຂະພາບແລະຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເປັນກ້າວໆ