ພາກກາງຂອງຫວຽດນາມ ໄດ້ຮັບຄວາມເສຍຫາຍໜັກຈາກພາຍຸໄຕ້ຝຸ່ນໂນຣຸພັດຜ່ານ

45

ຂ່າວ Việt Nam News ລາຍງານວ່າ: ພາຍຸໄຕ້ຝຸ່ນໂນຣຸ ພັດຂຶ້ນຝັ່ງທາງພາກກາງຂອງປະເທດຫວຽດນາມ ໃນຕອນເຊົ້າມືດຂອງວັນທີ 28 ກັນຍານີ້ ດ້ວຍຄວາມໄວລົມຫຼາຍກວ່າ 110 ກມ/ຊມ ແລະ ກຳລັງອ່ອນກຳລົງເປັນພາຍຸໜູນເຂດຮ້ອນ

ໃນເວລາ 8 ໂມງຂອງວັນທີ 28 ກັນຍາ ຜົນກະທົບຂອງພາຍຸຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແຕ່ເຂດເສັ້ນທາງຂອງພາຍຸໄດ້ຮັບຜົນກະທົບເປັນວົງກວ້າງ ທັງເກີດລົມພັດແຮງ, ຝົນຕົກໜັກ, ຕົ້ນໄມ້ຫັກລົ້ມ, ລົມພັດຫຼັງຄາເຮືອນ, ການສັນຈອນຕິດຂັດ, ໄຟຟ້າດັບ.

ຮອງນາຍົກລັດຖະມົນ Lê Văn Thành ຂອງຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງກຳລັງກວດສອບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນໃນຕອນເຊົ້ານີ້ ແລະ ໄດ້ຢ້ຽມຢາມສູນພັກໄພພິບັດ ທີ່ປະຊາຊົນໄດ້ຍ້າຍເຂົ້າກ່ອນພາຍຸຈະມາເຖິງ

ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16, ໄດ້ເຄື່ອນທີ່ຂື້ນຝັ່ງທາງພາກກາງຂອງປະເທດຫຽວດນາມ ແລະ ຈະສືບຕໍ່ເດືອນທີ່ຜ່ານພາກກາງ ແລະ ພາກໃຕ້ ຂອງປະເທດລາວ ໃນຕອນບ່າຍວັນທີ 28 – 30 ກັນຍາ 2022 ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ເຊກອງ ແລະ ອັດຕະປື.

ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.