ຄຳມ່ວນເສຍຫາຍກວ່າ 40 ຕື້ກີບຈາກໄພພິບັດຕ່າງໆໃນປີຜ່ານມາ

62

ແຂວງຄຳມ່ວນ, ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ ປີ 2022 ແລະ ວາງແຜນຕອບໂຕ້ໄພພິບັດໃນປີ 2023 ຂຶ້ນໃນວັນທີ 9 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳວຽກງານຄຸ້ມຄອງໄພພິບັດຂັ້ນແຂວງ, ມີບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ, ທ່ານຮອງເຈົ້າເມືອງ 10 ຕົວເມືອງ ແລະ ກອງເລຂາວຽກງານໄພພິບັດຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ไม่มีคำอธิบาย

ທ່ານ ລຳເງິນ ເພັດພູທອນ ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ກ່າວວ່າ: ໃນ 1 ປີ ຜ່ານມາ ມີເຫດການໄພພິບັດທີ່ເກີດຂຶ້ນໃນແຂວງຄຳມ່ວນເຊັ່ນ: ລົມພາຍຸ, ໄຟໄໝ້, ດິນເຈື່ອນ, ສັດຕູພືດລະບາດ, ນ້ຳຖ້ວມ ແລະ ພະຍາດລະບາດ. ໃນນັ້ນ,  ມີລົມພາຍຸສ້າງຄວາມເສຍຫາຍແກ່ໂຮງຮຽນ ຈຳນວນ 13 ຫຼັງ, ໄຟໄໝ້ເຮືອນ 24 ຫຼັງ, ນໍ້າຖ້ວມເສັ້ນທາງເປ່ເພ 9 ເສັ້ນ, ຕະຝັ່ງເຈື່ອນຕາມສາຍນ້ຳຂອງ ແລະ ສາຍນ້ຳເຊບັ້ງໄຟ 3 ຈຸດ, ການຜະລິດເຂົ້ານາປີຕາມແຜນການເນື້ອທີ່ຜະລິດເຂົ້າທັງໝົດ 90,236 ເຮັກຕາ, ຄາດຄະເນສະມັດຕະພາບ 3,69 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 333.127 ໂຕນ, ເຊິ່ງສາມາດປັກດຳໄດ້ຈຳນວນ 87,557 ເຮັກຕາ, ເທົ່າກັບ 97,03 % ແລະ ບໍ່ສາມາດປັກດຳນາໄດ້ຕາມແຜນການທີ່ວາງໄວ້ ຈາກເຫດພາຍຸ ມູລາມ (Mulam), ພາຍຸມາອອນ (Ma-on), ພາຍຸໃຕ້ຝຸ່ນໂນຣຸ (Noru) ບວກກັບຜົນເສຍຫາຍໃນປີ 2021 ທີ່ຍັງບໍ່ທັນໄດ້ຮັບການຟື້ນຟູຢ່າງເຕັມສ່ວນ ຈິ່ງກໍ່ຜົນເສຍຫາຍ, ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ, ການຟື້ນຟູໂຄງລ່າງ ລວມມູນຄ່າເສຍຫາຍ 46,8 ຕື້ກວ່າກີບ.

ไม่มีคำอธิบาย

ຕໍ່ກັບຜົນກະທົບຜ່ານມານັ້ນ ທາງຄະນະກຳມະການຂັ້ນແຂວງ ໄດ້ສົມທົບບັນດາເມືອງ ແລະ ພາກສ່ວນຕ່າງໆ ພ້ອມກັນແກ້ໄຂສຸກເສີນ ໂດຍສະເພາະແມ່ນການຕິດຕາມສະພາບອາກາດໃນແຕ່ລະວັນ ໄດ້ແຈ້ງໃຫ້ບັນດາເມືອງ, ພະແນກການ, ກະຈາຍອອກສື່ຕາມຊ່ອງທາງຕ່າງໆໃນແຕ່ລະວັນ ເພື່ອໃຫ້ທຸກພາກສ່ວນ, ປະຊາຊົນ ໄດ້ຮັບຮູ້ ກຽມພ້ອມຮັບມືທຸກສະຖານະການ, ຊຸກຍູ້ການສ້າງຕັ້ງກອງທຶນໄພພິບັດໄດ້ 4 ເມືອງ.

อาจเป็นรูปภาพของ 2 คน, ผู้คนกำลังอ่านหนังสือ, แท่นบรรยาย และ ข้อความ

ສຳເລັດການສ້ອມແປງເສັ້ນທາງແຕ່ບ້ານແສນພັນຫາຫ້ວຍທ່າໂຈ້ນ, ບ້ານກະຈາມໃຫຍ່ ແລະ ກໍ່ສ້າງຕະຝັ່ງເຈື່ອນ 3 ຈຸດຄື: ເຂດບ້ານເລົ່າໂພຄຳ ເມືອງທ່າແຂກ, ແຄມນ້ຳຂອງບ້ານຫີນບູນໃຕ້ ເມືອງຫີນບູນ, ແຄມນ້ຳເຊ ບ້ານດ່ານປາກເຊ ເມືອງໜອງບົກ, ສ້ອມແປງລະບົບຊົນ ລະປະທານ 229 ໂຄງການ, ນຳໃຊ້ໄດ້ 191 ໂຄງການ, ຊຸກຍູ້ຊ່ວຍເຫຼືອເປັນວັດຖຸອຸປະກອນໃນການສ້າງໂຮງຮຽນເຊັ່ນ: ສັງກະສີ, ເຫຼັກຕະປູ, ຄຸຍັງຊີບ, ຖັງດຳໃສ່ນ້ຳ ໃຫ້ໂຮງຮຽນ 13 ຫຼັງ ໃນ 5 ເມືອງ, ຊ່ວຍເຫຼືອຜູ້ປະສົບໄຟໄໝ້ 16 ຄອບຄົວ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ໂດຍ: ຂ່າວສານຄຳມ່ວນ