ຜົນຈາກໄພແຫ້ງແລ້ງ ຊາວນາເມືອງເງິນປູກເຂົ້າຫຼ້າຊ້າຫຼາຍ

32

ປີນີ້ເປັນປີໜຶ່ງທີ່ຊາວກະສິກອນຄອງຄອຍນ້ຳຝົນຍາວນານສຸດປີໜຶ່ງ ປົກກະຕິແລ້ວທຸກປີຝົນຈະເລີ່ມຕົກລົງມານັບແຕ່ເດືອນມີນາ ແຕ່ປີນີ້ແຫ້ງແລ້ງຍາວນານ ເຮັດໃຫ້ຜົນລະປູກຂອງຊາວກະສິກອນທີ່ປູກຕາມລະດູການບໍ່ສາມາດເຕີບໂຕໄດ້ ໃນຂະນະຈຳນວນທີ່ຕ້ອງລໍຖ້ານ້ຳຝົນຈຳເປັນຈ້ອງແກ່ຍາວເລີຍລະດູການຜະລິດ.

ไม่มีคำอธิบาย

ຕາມການບອກກ່າວຂອງ ທ່ານນາງ ສຸລິລັດ ສີພັກດີ ຫົວໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນປີ 2023 ນີ້ ເມືອງເງິນຈະສຸ່ມໃສ່ປູກເຂົ້ານາປີ ຈະໃຫ້ບັນລຸໃນເນື້ອທີ່ 720 ເຮັກຕາ;  ປະຈຸບັນນີ້ ຊາວກະສິກອນ ຢູ່ເມືອງເງິນ ແມ່ນພວມຂຸ້ນຂ້ຽວຕົກກ້າ ສໍາເລັດແລ້ວ 45% ຄາດວ່າການຕົກກ້າ ຂອງຊາວກະສິກອນ ຈະໃຫ້ສໍາເລັດໃນກາງເດືອນມິຖຸນານີ້.

ไม่มีคำอธิบาย

ເຂົ້າທີ່ນໍາມາປູກ ສ່ວນຫຼາຍເປັນເຂົ້າດໍ ແລະ ເປັນພັນພື້ນບ້ານ, ທີ່ເຄີຍນິຍົມໃຊ້ເປັນຕົ້ນແມ່ນເຂົ້າລີ້ນົກ, ເຂົ້າຕາກົບ, ເຂົ້າຕາຂຽວ, ເຂົ້າທ່າດອກຄໍາໜຶ່ງ ແລະ ດອກຄໍາສອງ, ຖ້າທຽບໃສ່ປີຜ່ານມາ ການຕົກກ້າ ຂອງຊາວກະສິກອນ ແມ່ນຫຼ້າຊ້າຫຼາຍ, ຍ້ອນໄພແຫ້ງແລ້ງ ຝົນຕົກບໍ່ສະໜໍ່າສະເໜີ ແລະ ບໍ່ໄປຕາມລະດູການ ເຮັດໃຫ້ຕົ້ນກ້າທີ່ໃສ່ໄປແລ້ວກໍ່ແຫ້ງຕາຍຈໍານວນໜຶ່ງ, ການກະກຽມດິນ, ໄຖຮູດຮອບໜຶ່ງສໍາເລັດ 40% ແລະ ການປັກດໍາສໍາເລັດພຽງແຕ່ 20% ຄາດວ່າການປັກດໍາເຂົ້ານາປີນີ້  ຖ້າຟ້າຝົນຊົນລະປະທານອໍານວຍຄວາມສະດວກກໍ່ຈະໃຫ້ສໍາເລັດ ໃນຕົ້ນເດືອນກັນຍາ.

 

ไม่มีคำอธิบาย

ນອກຈາກນັ້ນ ຊາວກະສິກອນຍັງໄດ້ສຸມໃສ່ ປູກພຶດອຸດສາຫະກໍາ, ເປັນຕົ້ນໜາກເດືອຍ 3.000 ເຮັກຕາ, ສາລີແຂງ 2.000 ເຮັກຕາ, ມັນຕົ້ນ 2.000 ເຮັກຕາ, ກ້ວຍ 100 ເຮັກຕາ, ຂີງ, ຝ້າຍ, ຖົ່ວດິນ, ອ້ອຍ, ໜາກງາ, ໜາກນັດ ແລະ ພຶດສະບຽງອາຫານອີກຈໍານວນໜຶ່ງ, ເດັ່ນກວ່າໜູ່ແມ່ນການປູກມັນຕົ້ນ ເຊິ່ງເປັນໜໍ່ແໜງ ແລະ ປັດໃຈໃໝ່ທີ່ ຊາວກະສິກອນພາຍໃນເມືອງເງິນ ກຳລັງສຸ່ມໃສ່ປູກຢ່າງກວ້າງຂວາງ.

ไม่มีคำอธิบาย

ໂດຍ: ວາລະສານຄວາມສະຫງົບ