ທີມຊາດລາວ ຊຸດໃຫຍ່ ເສຍໃຫ້ກັບ ມານດິວ 1-3 ໃນ FIFA DAY ທີ່ບຣູໄນ

60

ທັບນັກກີລາບານເຕະ ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດເສຍໃຫ້ກັບ ມານດິວ ໃນການແຂ່ງຂັນບານເຕະ FIFA DAY ເກັບຄະແນນອັນດັບໂລກ ( ຟີຟາ ແຣງກີ້ງ ) ພ້ອມເປັນການທົດສອບກ່ອນລຸຍບານເຕະ AFF Mitsubishi Electric Cup 2022 ເມື່ອວັນທີ 24 ກັນຍາ 2022 ທີ່ປະເທດບຣູໄນ

ນັດນີ້ ທີມຊາດມານດິວ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ກ່ອນທີ່ຈະໝົດເຄິ່ງເວລາທໍາອິດ ບຸນພະຈັນ ບຸນກອງ ມາຍິງປະຕູຕີສະເໝີໃຫ້ກັບ ທີມຊາດລາວ ໄລ່ມາເປັນ 1-1, ສ່ວນເຄິ່ງເວລາທີ 2 ທີມຊາດມານດິວ ໄດ້ 2 ປະຕູລວດ ຂຶ້ນນໍາເປັນ 3-1 ກ່ອນຈົບການແຂ່ງຂັນ ມານດິວ ຊະນະໄປ

ສໍາລັບ ນັດຕໍ່ໄປ ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ, ສ່ວນ ທີມຊາດມານດິວ ແຂ່ງຂັນຄົບ 2 ນັດ ໂດຍນັດທໍາອິດຊະນະ ເຈົ້າພາບ ບຣູໄນ 3-0 ໂດຍທຸກໆນັດ ແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.