ຜ້າປົກລົດເລືອກແບບໃດມີຜົນດີ ແລະ ຜົນເສຍ

25

ຄໍລໍາລົດມື້ນີ້ ຈະມານໍາສະເໜີຜົນດີ – ຜົນເສຍຂອງຜ້າປົກລົດ ເພາະໃນໄລຍະນີ້ຕອນເຊົ້າບາງທ້ອງຖິ່ນອາດມີນໍ້າໝອກລົງຫຼາຍ, ແຕ່ບາງທ້ອງຖິ່ນໃນຕອນສວາຍພັດມີແສງແດດກ້າ. ສະນັ້ນອຸປະກອນທີ່ຄົນຮັກລົດຕ້ອງມີແມ່ນຜ້າຄຸມລົດ ຫຼື ເອີ້ນວ່າຜ້າປົກລົດ ເຊິ່ງພວກເຮົາຈະນໍາສະເໜີວິທີເລືອກຊື້ຜ້າປົກລົດແຕ່ລະປະເພດ.
ສໍາລັບຜູ້ທີ່ຕ້ອງການລືອກໃຊ້ຜ້າປົກລົດ ກ່ອນອື່ນຕ້ອງກວດກາໃຫ້ດີກ່ອນວ່າຢາກເລືອກໃຊ້ຜ້າປົກລົດ ເພາະລົດທີ່ຈອດຢູ່ນັ້ນມີບັນຫາແນວໃດ ແລະ ສະພາບແວດລ້ອມທີ່ຈອດລົດຂອງທ່ານເປັນແນວໃດຕົວຢ່າງຢູ່ໃນຮົ່ມ, ກ້ອງຕົ້ນໄມ້ ຫຼື ກາງແຈ້ງແບ່ງເປັນ 3 ຮູບແບບການໃຊ້ງານໃຫຍ່ໆແບບນີ້


1. ຈອດລົດໃນຮົ່ມຕ້ອງປົກກັນຂີ່ຝຸ່ນຢ່າງດຽວ ຄວນເລືອກໃຊ້ຜ້າປົກທີ່ເປັນຢາງພລາສ ຕິກໃສ, ຜ້າປົກທີ່ມື່ນ ເພື່ອສະດວກໃນການປົກລົດແຕ່ລະຄັ້ງ ແລະ ການເກັບມ້ຽນ.
2. ຈອດລົດກາງແຈ້ງ ຄວນເລືອກໃຊ້ຜ້າປົກສະທ້ອນແສງ UV ເພື່ອບໍ່ໃຫ້ພາຍໃນລົດຮ້ອນເກີນໄປ.
3. ຈອດລົດໃນຮົ່ມກ້ອງຕົ້ນໄມ້ຄວນປ້ອງກັນສິ່ງເປື້ອນເປິ ເປັນຕົ້ນແມ່ນ ຝຸ່ນ, ຂີ້ນົກ ແລະ ຢາງກ້ອງຕົ້ນໄມ້ ຄວນເລືອກໃຊ້ຜ້າປົກທີ່ສາມາດກັນນໍ້າ ໄດ້.
ໝາຍເຫດ: ໃຊ້ງານລົດທຸກມື້ບໍ່ຄວນໃຊ້ຜ້າປົກລົດ ຜ້າປົກລົດຈະໃຊ້ເວລາດົນທັງການປົກລົດ ແລະ ການມ້ວນເກັບໄວ້ ບາງຄັ້ງຕ້ອງໄດ້ປະຕິບັດກາງແຈ້ງອີກ ໃນເບື້ອງຕົ້ນຫຼາຍທ່ານອາດຈະພໍປະຕິບັດໄດ້ ແຕ່ຜ່ານເວລາໄປດົນນານ ກໍຈະເລີ່ມບໍ່ໄຫວ ແລະ ສິ່ງສໍາຄັນລົດທີ່ໃຊ້ທຸກມື້ຍ່ອມມີຂີ້ຝຸ່ນ ແລະ ຄາບເປື້ອນຕິດລົດ ເຮັດໃຫ້ຜ້າປົກລົດເລີ່ມເປື້ອນໄປນໍາ ທຸກຄັ້ງທີ່ປົກ ກໍອາດເຮັດໃຫ້ລົດເປື້ອນ ແລະ ທີ່ສໍາຄັນການຊັກຜ້າປົກລົດແມ່ນຂ້ອນຂ້າງຍາກ.


■ ຜ້າປົກລົດຈະພາໃຫ້ເກີດຮອຍຂູດ
ປັດຈຸບັນຜ້າປົກລົດມີລາຄາສູງ ຈະມີຊັບໃນຜ້າປົກລົດເປັນຢ່າງດີ ພ້ອມກັບຜະລິດຂຶ້ນມາໃຫ້ບໍ່ມີຮອຍຫຍິບແຕ່ບັນຫາບໍ່ໄດ້ຢູ່ໃນຈຸດນັ້ນ ເພາະລົດ ແລະ ຜ້າຄຸມຂອງເຮົາບໍ່ໄດ້ສະອາດປັດສະຈາກຝຸ່ນສະເໝີໄປ ທຸກຄັ້ງທີ່ປົກລົດກໍຈະຄ້າຍຄືເອົາແພແຫ້ງເຊັດລົດ ແລະ ນີ້ກໍເປັນບັນຫາພາໃຫ້ເກີດຮອຍຂູດ ຈາກດິນຊາຍໄດ້.
ຖ້າທ່ານໃດມີປະສົບການດີໆກ່ຽວກັບລົດ, ເຕັກນິກການຮັກສາລົດກໍສົ່ງມາຍັງທີມງານຄໍລໍາລົດພວກເຮົາໄດ້ ພວກເຮົາພ້ອມໃຫ້ການຮ່ວມມືນໍາເອົາຂໍ້ມູນດີໆຈາກທ່ານມານໍາສະເໜີ ແບ່ງປັນປະສົບການໃຫ້ຜູ້ອ່ານຫຼາຍທ່ານໄດ້ຕິດຕາມ.