ເຫດລົດຮຸ່ນໄດຖືກນ້ຳພັດໄຫຼ ທີ່ເມືອງຫຼາ ເສຍຫາຍໜັກໜ່ວງ, ເຈົ້າຂອງລົດເລົ່າຊື້ມາໃຊ້ໄດ້ພຽງເດືອນປາຍ

101

ເມືອງຫຼາ, ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງ ເມື່ອມີຝົນຕົກໜັກຕໍ່ເນື່ອງ ປະມານເວລາ 7 ໂມງເຊົ້າຂອງ ວັນທີ 20 ກັນຍາ 2022 ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເຊາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມເມື່ອວັນທີ 26 ມິຖຸນາ

ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊັບສິນ. ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດ 6 ລໍ ຮຸ່ນໄດ ທະບຽນປ້າຍ 1734 ກຳແພງນະຄອນ ຖືກນ້ຳພັດໄຫຼໄປຕາມລ້ອງນ້ຳຫຼາ ປະມານ 80 ແມັດ, ເຮັດໃຫ້ລົດດັ່ງກ່າວເປເພໜັກໜວງ.

ທ່ານ ນາງ ສີ ຢູ່ບ້ານຊຽງຢືນ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ຕອນເຊົ້າປະມານເວລາ 6 ໂມງ30 ນາທີ ໄດ້ພາຄອບຄົວມາຢ້ຽມຢາມ ແລະ ກາບໄຫວ້ສັກກະລະບູຊາພະເຈົ້າສິງຄຳໄຊຍາຣາມ ຂະນະດຽວກັນເກີດມີຝົນຕົກໜັກ ຈາກນັ້ນໄດ້ພ້ອມຄອບຄົວກັບມາຮອດຈຸດເກີດເຫດດັ່ງກ່າວ ນ້ຳໄຫຼມາຢ່າງໄວວາ ທັງໃສ່ຈຸດລົດມາຮອດ ຈຶ່ງເຮັດໃຫ້ດິນເຈື່ອນລົງ ເຮັດໃຫ້ລົດບໍ່ສາມາດຖອຍກັບໄດ້ ຄອບຄົວຈຶ່ງພາກັນອອກຈາກລົດເພື່ອຊອກວິທີທາງແກ້ໄຂໂດຍດ່ວນຈຶ່ງບໍ່ມີຜູ້ຖືກບາດເຈັບ ຫຼັງຈາກນັ້ນນ້ຳແຮງຂຶ້ນຈຶ່ງເກີດດິນເຈື່ອນໃສ່ຈຸດລົດຈອດພໍດີ.

ທ່ານ ນາງວອນ ເຈົ້າຂອງລົດ ຍັງໃຫ້ຮູ້ຕືມອີກວ່າ ລົດດັ່ງກ່າວເປັນລົດທີ່ຄອບຄົວຂອງນາງ ສີ ໄດ້ຢືມຈາກຄອບຄົວຂອງຕົນເອງ ຂອງທ່ານ ສົມເພັດ (ພີ່ນ້ອງ) ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ເພື່ອພາຄອບຄົວໄປຢ້ຽມຢາມ ແລະ ກາບໄຫວ້ພະເຈົ້າສິງຄຳ. ລົດດັ່ງກ່າວແມ່ນໄດ້ຊື້ຕໍ່ມືສອງ ແລະ ໄດ້ຮັບໃຊ້ຄອບຄົວ ພຽງປະມານ 1 ເດືອນກວ່າ. ລວມມູນຄ່າຊື້ລົດແມ່ນ 62 ລ້ານກີບ.

ແຫຼ່ງຂ່າວ: ຖວທ ເມືອງຫຼ້າ, ວົງເດືອນ ຄຳສະຫວັນ