ຄະນະຜູ້ບໍລິຫານ ບໍລິສັດ ສະຕາໂທລະຄົມ ຕ້ອນຮັບ ທ່ານ ພົນເອກ ຟານ ວັນ ຢາງ ພ້ອມດ້ວຍຄະນະ ຢ້ຽມຢາມ

103

ທ່ານ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສຳນັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ, ນະຄອນຫຼວງວຽງຈັນ ເມື່ອວັນທີ 15 ກັນຍາ 2022 ຜ່ານມາ ໃຫ້ກຽດຕ້ອນຮັບໂດຍ ທ່ານ ເຈິນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍຄະນະອຳນວຍການບໍລິສັດ ແລະ ພະນັກງານ​, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ເຈິນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ ໄດ້ລາຍງານ ໂດຍຫຍໍ້ ກ່ຽວກັບການດຳເນີນທຸລະກິດ ແລະ ບັນດາຜົນງານທີ່ເຮັດໄດ້ໃນໄລຍະ 14 ປີຜ່ານມາ ເຊິ່ງການດຳເນີນທຸລະກິດ ຢູນີເທວ ໄດ້ກາຍເປັນເຄືອຂ່າຍທີ່ໃຫຍ່ທີ່ສຸດ, ເປັນໜຶ່ງໃນບໍລິສັດ ທີ່ປະກອບສ່ວນ ມອບພັນທະອາກອນໃຫ້ລັດຫຼາຍທີ່ສຸດ. ພ້ອມທັງ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ ລັດຖະບານ ແລະ ປະຊາຊົນລາວ, ເປັນທີ່ຍອມຮັບຂອງພັກ – ລັດຖະບານຂອງສອງຝ່າຍ, ສອງປະເທດ ທີ່ເປັນແບບຢ່າງທີ່ດີເຂົ້າໃນວຽກງານການຮ່ວມມືທາງດ້ານເສດຖະກິດ.

ໃນປັດຈຸບັນ, ຢູນີເທວ ມີເຄືອຂ່າຍພື້ນຖານໂຄງລ່າງໃຫຍ່ທີ່ສຸດໃນລາວ ມີ 9.000 ສູນສະຖານີ BTS (ໃນນັ້ນ ມີເຖິງ 4.000 ສູນສະຖານີ 4G) ແລະ ສາຍໃຍແກ້ວນໍາແສງຫຼາຍກວ່າ 37.500 km; ມີເລກໝາຍ ສ່ວນແບ່ງຕະຫຼາດ ນຳໜ້າໃນລາວ ໂດຍມີ 3,5 ລ້ານເລກໝາຍ, ກວມ 58% ສ່ວນແບ່ງຕະຫຼາດ ຂະແໜງ ໂທລະຄົມ; ສ້າງ​ວຽກ​ເຮັດ​ງານ​ທໍາ​ ແລະ ມີ​ພະ​ນັກ​ງານ​ທົ່ວປະເທດຫຼາຍກວ່າ 27.000 ຄົນ.

ໄລຍະຜ່ານມາເຖິງປັດຈຸບັນ, ບໍລິສັດບໍ່ເຄີຍຢຸດຢັ້ງທີ່ຈະປະກອບສ່ວນເຂົ້າໃນວຽກງານທາງດ້ານສັງຄົມ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກສ້າງສາພັດທະນາປະເທດ, ເປັນບໍລິສັດທີ່ເສຍພາສີ ແລະ ງົບປະມານໃຫ້ລັດ ອັນດັບທີ 2 ຢູ່ລາວ ໂດຍສະເລ່ຍ ແຕ່ລະປີແມ່ນ 53 ລ້ານໂດລາ. ສະເພາະປີ 2021 ເຖິງແມ່ນວ່າຈະພົບພໍ້ກັບຄວາມຫຍຸ້ງຍາກ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ – 19 ແຕ່ລາຍຮັບຂອງຢູນີເທວ ກໍຍັງຄົງບັນລຸເຖິງ 210 ລ້ານໂດລາ, ກໍາໄລບັນລຸ 77 ລ້ານໂດລາ.

ໃນໂອກາດດັ່ງກ່າວ ທ່ານ ພົນເອກ ຟານ ວັນ ຢາງ ໄດ້ໂອ້ລົມ ແລະ ໃຫ້ທິດທາງ ຕໍ່ບໍລິສັດ ໃຫ້ເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້: ສືບຕໍ່ຮັກສາສາຍພົວພັນມິດຕະພາບລະຫວ່າງ ລາວ – ຫວຽດນາມ, ເອົາໃຈໃສ່ດູແລ, ຍົກສູງ ໜ້າທີ່ ແລະ ຊີວິດການເປັນຢູ່ຂອງພະນັກງານ ຢ່າງໝັ້ນຄົງ, ສືບຕໍ່ປະຕິບັດ ບັນດາໜ້າທີ່ ຂອງກະຊວງປ້ອງກັນປະເທດ ທັງສອງປະເທດ ວາງອອກໃຫ້ດີທີ່ສຸດ. ຄົ້ນຄວ້າຊອກຫາບັນດາຂໍ້ແກ້ໄຂຕ່າງໆ ເພື່ອກຽມພ້ອມລົງທຶນເຂົ້າໃນວຽກງານເຕັກໂນໂລຊີໃໝ່, ເຕັກໂນໂລຊີຊັ້ນນຳ ແລະ ຮັກສາຕຳແໜ່ງອັນດັບ 1 ໃນຂົງເຂດໂທລະຄົມມະນາຄົມ ເຕັກໂນໂລຊີຂໍ້ມູນຂ່າວສານ, ເປັນໜຶ່ງໃນບັນດາທຸລະກິດລະດັບແຖວໜ້າໃນລາວ ແລະ ທົ່ວພາກພື້ນ, ເຂົ້າຮ່ວມຂະບວນການຫັນເປັນດີຈີຕອນ ແລະ ປະກອບສ່ວນເຂົ້າໃນວຽກງານຍຸດທະສາດຕ່າງໆ ເພື່ອປະຕິບັດເຂົ້າໃນການຫັນເປັນດີຈີຕອນໃນລາວ, ຕັ້ງໜ້າປະຕິບັດວຽກງານທາງດ້ານສັງຄົມ ໂດຍສະເພາະແມ່ນບັນດາທຸລະກິດຫວຽດນາມທີ່ເຂົ້າມາລົງທຶນໃນລາວ, ສືບຕໍ່ເປັນສັນຍາລັກແຫ່ງການຮ່ວມມືທາງດ້ານເສດຖະກິດຂອງສອງປະເທດ ແລະ ສອງກະຊວງປ້ອງກັນປະເທດ ລາວ – ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ, ພະນັກງານທຸກຄົນ ຈົ່ງພ້ອມກັນຮັກສາ ແລະ ປະຕິບັດຕາມຄຳຂວັນທີ່ວ່າ: “ແຕ່ລະວຽກງານ ທີ່ຈັດຕັ້ງປະຕິບັດ ຈະປະກອບສ່ວນສຳຄັນ ເຂົ້າໃນການ ພັດທະນາປະເທດຊາດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ- ຫວຽດນາມ – ລາວ” ເພື່ອຮັກສາທີ່ຕັ້ງເປັນສັນຍາລັກ ແລະ ເປັນບໍລິສັດຕົວແບບຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງສອງກະຊວງປ້ອງກັນປະເທດເວົ້າສະເພາະ.