ກອງປະຊຸມພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10 ທ່າມກາງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ

84

ສປປ ລາວ ແລະ ສ.ເກົາຫລີ ຮ່ວມເປັນເຈົ້າພາບຈັດກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີິ ຄັ້ງທີ 10 ຂຶ້ນວັນທີ 14 ກັນຍາ 2022 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ປັດໄຈຂອງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດິຈີຕອນ: ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າຂອງ-ສ.ເກົາຫລີ” ຫຼື “Impacts of Global Value Chain Reorganization and Digital Transformation: Strategies for Mekong-Korea Economic Cooperation” ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Choi Youngsam ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ, ມີບັນດາຕາງໜ້າຈາກພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ເຂົ້າຮ່ວມ.

ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງນີ້ ຈັດຂຶ້ນທ່າມກາງການສະເຫລີມ ສະຫລອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ຄົບຮອບ 10 ປີ ມີຈຸດປະສົງເພື່ອບັນລຸເປົ້າໝາຍຂອງການຮັດແໜ້ນການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນພາກພື້ນແມ່ນໍ້າຂອງ ແລະ ສ.ເກົາຫລີ, ທັງເປັນເວທີທີ່ສ້າງໂອກາດໃຫ້ບັນດາຜູ້ປະກອບການ ກໍຄືພາກທຸລະກິດ ໄດ້ພົບປະກັບຜູ້ປະກອບການຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ.ເກົາຫລີ ເຊິ່ງເປັນໂອກາດອັນດີທີ່ຈະໄດ້ຂະຫຍາຍຕະຫລາດຂອງ ສປປ ລາວ ອອກສູ່ພາກພື້ນ. ພ້ອມນີ້, ກໍເພື່ອຮັດແໜ້ນການຮ່ວມມືເພື່ອເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ພົບປະ, ແລກປ່ຽນຂໍ້ມູນຂ່າວສານ ເພື່ອຮ່ວມກັນວາງທິດທາງຍຸດທະສາດຮັບມືກັບການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ, ການຫັນປ່ຽນສູ່ດິຈີຕອນ ເຂົ້າໃນການພັດທະນາເສດຖະກິດໃນຍຸກສະໄໝໃໝ່.

ກອງປະຊຸມຄັ້ງນີ້ ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສຳຄັນ: 1) ບົດບາດຄວາມສໍາຄັນຂອງຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ທ່າມກາງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ ແລະ 2) ອານາຄົດການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ແລະ ຍຸດທະສາດການເຂົ້າເຖິງຕະຫຼາດ. ຄ່ຽງຄູ່ກັບພາກປຶກສາຫາລືດ້ານວິຊາການ, ໃນຕອນບ່າຍຂອງວັນດຽວກັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສ. ເກົາຫລີ ໄດ້ຮ່ວມກັນຈັດການພົບປະພາກທຸລະກິດ ເພື່ອເປີດໂອກາດໃຫ້ບັນດາຫົວໜ່ວຍວິສາຫະກິດຈາກທຸກປະເທດສະມາຊິກ ໄດ້ຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄືການຂະຫຍາຍຕະຫຼາດໃນພາກພື້ນ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ເດີນທາງໄປຢ້ຽມຢາມບໍລິສັດວຽງຈັນໂລຊິດສະຕິກ ພາກ ກໍຄືໂຄງການທ່າບົກທ່ານແລ້ງ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ.

ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ສ້າງຕັ້ງຂຶ້ນໃນປີ 2011 ເພື່ອຮັດແໜ້ນການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ລະຫວ່າງ ພາກພື້ນແມ່ນໍ້າຂອງ ແລະ ສ. ເກົາຫລີ, ໂດຍແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫຼຸດຄວາມແຕກໂຕນກັນທາງດ້ານການພັດທະນາ ລະຫວ່າງບັນດາປະເທດແມ່ນໍ້າຂອງ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້້າຄໍ້າເພື່ອປະຊາຊົນ,​ ເພື່ອຄວາມຈະເລີນຮຸ່ງເຮືອງ ແເລະ ເພື່ອຄວາມສະຫງົບສຸກ ແລະ 7 ຂົງເຂດບູລິມະສິດ:​ ວັດທະນະທໍາ ແລະ ການທ່ອງທ່ຽວ;​ ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ; ແລະ ສິ່ງທ້າທາຍແບບໃໝ່.

ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດລາວ ເເລະ ທ່ານ ຊອຍ ຍຸງ ຊຳ, ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ-ສ.ເກົາຫຼີ ຕະຫຼອດໄລຍະຜ່ານມາ, ໄດ້ມີການພົບປະເເລກປ່ຽນການຢ້ຽມຢາມຂອງການນຳລະດັບຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລັດຖະສະພາ ແລະ ອື່ນໆ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອໃຫ້ມີບາດກ້າວອັນໃຫມ່ ໂດຍສະເພາະໃນຂົງເຂດການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມນະໂຍບາຍການຫັນໄປສູ່ການເປັນສູນກາງເຊື່ອມຈອດດ້ານຂົນສົ່ງທາງບົກໃນພາກພື້ນ, ຊຸກຍູ້ຂົນຂວາຍ ບັນດານັກທຸລະກິດ ສ.ເກົາຫຼີ ໃຫ້ມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ອື່ນໆ.

ປະຈຸບັນ ສ.ເກົາຫຼີ ໄດ້ຖືກຈັດຢູ່ອັນດັບຕົ້ນຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ແລະ ໄດ້ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແກ່ ສປປ ລາວ ຕະຫຼອດມາ. ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີິ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ແມ່ນການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມາໂດຍຕະຫຼອດ.