ສຕລ ແຈ້ງທຸກນັດທີ່ທີມຊາດລາວລົງແຂ່ງ ຖ່າຍທອດສົດທາງ ທຊລ 3, ບໍ່ມີການຖ່າຍທອດສົດທາງອອນລາຍ

173

ວັນທີ 12 ກັນຍາ 2022 ນີ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແຈ້ງຜ່ານເພຈ໌ເຟສບຸ໊ກຂອງ ສຕລ ວ່າ: ສະຖານີໂທລະພາບແຫ່ງຊາດລາວ (ທຊລ) ຊ່ອງ 3 ຈະຖ່າຍທອດສົດທຸກໆນັດທີ່ ທີມຊາດລາວ ລົງສະຫນາມ ສາມາດຕິດຕາມການຖ່າຍທອດສົດທາງໂທລະພາບເທົ່ານັ້ນ ( ບໍ່ມີຖ່າຍທອດສົດ ທາງອອນລາຍ ) ຫາກນິຕິບຸກຄົນ ຫຼື ພາກສວ່ນໃດຖ່າຍທອດສົດທາງອອນລາຍໂດຍບໍ່ໄດ້ຮັບອະນຸຍາດຈາກ ສຕລ ຈະຖືກປັບໄໝ.

ຢ່າລືມມື້ນີ້ວັນຈັນ ທີ 12 ກັນຍາ 2022 ເວລາ 19:00 ໂມງ ທີ່ສະຫນາມກິລາແຫ່ງຊາດຫຼັກ 16ທີມຊາດລາວ ພົບ ທີມຊາດຍີ່ປຸ່ນ ໃນການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ຮ່ວມເຊຍທີ່ຊາດລາວນຳກັນ ສູ້ສູ້

ນັດຜ່ານມາ ທີມຊາດລາວ ສາມາດເອົາຊະນະ ທີມຊາດກວມ 3-0 ເກັບ 3 ຄະແນນໄດ້ໃນນັດທຳອິດ