ການແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນອາຊີ 2022 ທີ່ລາວປິດສາກລົງຈົບງາມ, ຈີນ ຜົນງານເດັ່ນສຸດ

85

ການແຂ່ງຂັນກີລາປິ່ງປ່ອງຊີ່ງແຊັມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ສູນການຄ້າ ໄອເຕັກມໍ ຊັ້ນ 7 ສປປ ລາວ ປິດສາກລົງຢ່າງຈັບງານເມື່ອວັນທີ 6 ກັນຍາ 2022 ແລະ ວັນດັ່ງກ່າວມີການຊີງຊະນະເລີດເຖິງ 5 ລາຍການ ປາກົດວ່າ: ສປ ຈີນ ຄອງເຈົ້າຫຼຽນຄໍາກວາດໄປ 5 ຫຼຽນຄໍາ, 3 ຫຼຽນເງິນ ແລະ 8 ຫຼຽນທອງ.

ພິທີດັ່ງກ່າວໃຫ້ກຽດຮັບຊົມ ແລະ ມອບລາງວັນໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ Khalil Al Mohannadi ປະທານສະຫະພັນປິ່ງປ່ອງອາຊີ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ໋ອງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຜູ້ສະໜັບສະໜູນ ຕະຫຼອດຮອດຄະນະນຳ, ຄູຝຶກ ແລະ ນັກກີລາ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດ ໃຫ້ສໍາພາດວ່າ: ການການແຂ່ງຂັນຄັ້ງນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຄັ້ງປະຫວັດສາດ ເຊິ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 240 ຄົນ. ໃນນີ້ແບ່ງເປັນນັກກິລາ 165 ຄົນ ທີ່ມາຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຊີງໄຊທັງໝົດ 11 ລາຍການ ໂດຍນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປ ຈີນ, ໄຕຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອຸດສະເບກິສະຖານ ແລະ ສປປ ລາວ ເຈົ້າພາບ. ສະເພາະນັກກິລາລາວ ເຮົາໄດ້ບູລິມະສິດພິເສດໃນນາມເຈົ້າພາບ ສາມາດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໂດຍລົງແຂ່ງຂັນ 10 ຈາກ 11 ລາຍການທີ່ບັນຈຸແຂ່ງຂັນ ເນື່ອງຈາກພວກເຮົາຂາດນັກກິລາຢູ່ 1 ລາຍການ ຄື: ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 19 ປີ.

ຜ່ານການແຂ່ງຂັນປາກົດວ່າ:
+ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການຜົນການແຂ່ງຂັນມີຄື:
1.ດ່ຽວຍິງ: ຫຼຽນຄໍາເປັນຂອງ ພັດສະຣາພົນ ວົງລະຄອນ ຈາກໄທ ແລະ ຫຼຽນເງິນເປັນຂອງ ແມນດີ ຣິນ ຈາກຍີ່ປຸ່ນ
2.ດ່ຽວຊາຍ: ຫຼຽນຄໍາເປັນຂອງ ໄຊໂຕະ ອິວເອິດ ຈາກປະເທດຍີ່ປຸ່ນ ແລະ ຫຼຽນເງິນ ທາມິໂຕະ ທາກູມິ ຈາກຍີ່ປຸ່ນ
3.ທີມຍິງ: ຫຼຽນຄໍາເປັນຂອງ ຍີ່ປຸ່ນ ແລະ ຫຼຽນເງິນເປັນຂອງ ໄຕຫວັນ
4.ທີມຊາຍ: ຫຼຽນຄໍາເປັນຂອງ ສປ ຈີນ ແລະ ຫຼຽນເງິນເປັນຂອງ ໄຕຫວັນ

+ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຜົນມີດັ່ງນີ້:
1.ດ່ຽວຍິງ: ຫຼຽນຄໍາເປັນຂອງ ຊິນ ຢູຊນ ຈາກສປ ຈີນ ແລະ ຫຼຽນເງິນ ເຊິນຢີ້ ຈາກສປ ຈີນ
2.ດ່ຽວຊາຍ: ຫຼຽນຄໍາເປັນຂອງ ເຊິນ ຢວນ ຢູ ຈາກ ສປ ຈີນ ແລະ ຫຼຽນເງິນ ເກົາ ເຊິງຊຸຍ ຈາກໄຕຫວັນ

3.ຄູ່ຍິງ: ຫຼຽນຄໍາເປັນຂອງ ຊູຊູກີ້ ມິຊາກິ + ອິເກອິ ກາໂຣກະ ຈາກຍີ່ປຸ່ນ ແລະ ຫຼຽນເງິນເປັນຂອງ ຫວັງ ສຽວສິນ + ຫວງ ຊິງເຊຍ ຈາກໄຕຫວັນ
4.ຄູ່ຊາຍ: ຫຼຽນຄໍາເປັນຂອງ ຊາກາອິ ຢູຣິ+ອິມູຣະ ຢູຕະ ຈາກຍີ່ປຸ່ນ ແລະ ຫຼຽນເງິນເປັນຂອງ ຫຼຽນ ຫົວດົງ + ເຊີງເປຍຊຸນ ຈາກ ສປ ຈີນ
5.ຄູ່ປະສົມ: ຫຼຽນຄໍາເປັນຂອງ ຢາຊາດ ວີນີ້ ໂກພາດີ້+ພາຢັດເຈັນ ຈາກອິນເດຍ ແລະ ຫຼຽນເງິນ ຊິນຢູສວນ+ຫານຊິນຫົວ ຈາກ ສປ ຈີນ
6.ທີມຍິງ: ຫຼຽນຄໍາເປັນຂອງ ສປ ຈີນ ແລະ ຫຼຽນເງິນເປັນຂອງ ໄຕຫວັນ
7:ທີມຊາຍ: ຫຼຽນຄໍາເປັນຂອງ ສປ ຈີນ ແລະ ຫຼຽນເງິນເປັນຂອງ ຍີ່ປຸ່ນ

ຈາກຜົນດັ່ງກ່າວເຮັດໃຫ້ ທັບນັກກີລາປິ່ງປ່ອງຂອງ ສປ ຈີນ ຄອງເຈົ້າຫຼຽນຄໍາກວາດໄປ 5 ຫຼຽນຄໍາ, 3 ຫຼຽນເງິນ ແລະ 8 ຫຼຽນທອງ; ອັນດັບ 2 ຍີ່ປຸ່ນ ໄດ້ 4 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ; ທີ 3 ອິນເດຍ ໄດ້ 1 ຫຼຽນຄໍາ ແລະ 3 ຫຼຽນທອງ.
ຂ່າວ-ຮູບຈາກ: Larh Creators