ສອງຝ່າຍ ລາວ-ສ.ເກົາຫລີ ຫາລືຮ່ວມກັນ ເພື່ອກຽມຈັດສົ່ງແຮງງານຕາມລະດູການ

115

ເພື່ອເປັນການປຶກສາຫາລື ແລະ ຮ່ວມມືກັນ ລະຫວ່າງ ທັງສອງຝ່າຍ ໃນການຈັດສົ່ງຜູ້ອອກແຮງງານໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແນໃສ່ຫຼຸດຜ່ອນອັດຕາການວ່າງງານ, ຊ່ວຍໃຫ້ແຮງງານມີລາຍຮັບໃຫ້ກັບຄອບຄົວ ພ້ອມທັງຊ່ວຍໃຫ້ເຂົາເຈົ້າມີທັກສະສີມືທີ່ມີຄຸນນະພາບ ປະກອບສ່ວນໃນການພັດທະນາປະເທດຊາດ.

ໂອກາດທີ່ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ, ພ້ອມຄະນະວິຊາການ ໄດ້ເຄື່່ອນໄຫວຢ້ຽມຢາມຜູ້ອອກແຮງງານທີ່ໄປເຮັດວຽກຢູ່ ສ.ເກົາຫລີ ແລະ ປຶກສາຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຂອງບັນດາເມືອງ ໃນ ສ.ເກົາຫລີ ກ່ຽວກັບການຮ່ວມມືສອງຝ່າຍ ເພື່ອຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກໍາ ຢູ່ ສ.ເກົາຫລີ ໃນລະຫວ່າງວັນທີ 25 ສິງຫາ – 3 ກັນຍາ 2022. ໃນການປືກສາຫາລື ຮ່ວມກັບບັນດາເມືອງ ແລະ ຂະແໜງການກ່ຽວຂ້ອງ ຢູ່ ສ. ເກົາຫຼີ ຄັ້ງນີ້້້້, ສອງຝ່າຍໄດ້ເນັ້ນໃສ່ແຜນຄວາມຕ້ອງການແຮງງານໃນຂະແໜງກະສິກຳຂອງບັນດາເມືອງ, ມາດຕະການປ້ອງກັນ ແລະ ຕິດຕາມບັນຫາແຮງງານໂຕນໜີທີ່ທາງ ສ. ເກົາຫລີ ຖືເປັນບັນຫາສຳຄັນ, ຄ່າຈ້າງຂອງແຮງງານ (ເງິນເດືອນ), ການອຳນວຍຄວາມສະດວກໃນການໂອນເງິນກັບບ້ານຂອງຜູ້ອອກແຮງງານ ແລະ ບັນຫາອື່່ນໆທີ່ສຳຄັນ.

ໂອກາດເຄື່ອນໄຫວວຽກງານ ໃນຄັ້ງນີ້ ຍັງໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຈັດສົ່ງງານແຮງງານຕາມລະດູການ ກັບ ເມືອງແຮງຊ້ອງ ແຂວງ ກັງວອນ ສ.ເກົາຫຼີ ຕາງໜ້າກະຊວງແຮງງານ ແລະ ສະຫວັດດິການສັງຄົມ ຮ່ວມລົງນາມໂດຍ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ ໂດຍມີຄະນະທີ່ກ່ຽວຂ້ອງ ທັງສອງຝ່າຍຮ່ວມເປັນສັກຂີພິຍານ.​

ພ້ອມດຽວກັນນັ້ນ ກໍຍັງມີຫລາຍເມືອງທີ່ໃຫ້ຄວາມສົນໃຈຕ້ອງການຮວ່ມມືເຊັນ MOU ໃນການຈັດສົ່ງແຮງງານຕາມລະດູການ ນຳອີກ.