8 ວິທີ ສ້າງແຮງຈູງໃຈພັດທະນາຕົວເອງ ເພື່ອງານກ້າວໜ້າ

176

ເຫດຜົນທີ່ພວກເຮົາທຸກຄົນຕ້ອງເຮັດວຽກນັ້ນບໍ່ແມ່ນພຽງແຕ່ລາຍໄດ້ ເພື່ອນໍາມາລ້ຽງຊີບຢ່າງດຽວ ແຕ່ການເຮັດວຽກຍັງໝາຍເຖິງເລື່ອງຂອງຄວາມກ້າວໜ້າ, ຄວາມໝັ້ນຄົງໃນໜ້າທີ່ການງານ ໃນລະຫວ່າງການເຮັດວຽກງານນັ້ນອາດຈະກໍ່ໃຫ້ເກີດຄວາມທໍ້, ຄວາມເມື່ອຍ ແລະ ອຸປະສັກຕ່າງໆເຂົ້າມາ.


ການຕັ້ງເປົ້າໝາຍຂອງຕົວເອງ: ການເຮັດວຽກທີ່ປາສະຈາກຈຸດໝາຍກໍປຽບເໝືອນການເຮັດວຽກໄປທຸກໆມື້ ໂດຍທີ່ບໍ່ຮູ່ວ່າເຮັດໄປເພື່ອຫຍັງ ສົ່ງຜົນໃຫ້ຄຸນນະພາບຂອງການເຮັດວຽກຕໍ່າ ແຕ່ຖ້າຫາກມີການຕັ້ງຈຸດໝາຍເລື່ອງການເຮັດວຽກເອົາໄວ້ ຈະເຮັດໃຫ້ເຈົ້າມີຫຼັກໃນການດໍາເນີນການຕໍ່ໄປຢ່າງມີຈຸດໝາຍທີ່ເຂັ້ມຂຸ້ນຂຶ້ນ ເຊັ່ນ: ການຕັ້ງຈຸດໝາຍຂອງການເຮັດວຽກໃນອົງກອນໜຶ່ງໃນໄລຍະເວລາ 5 ປີວ່າ ພວກເຮົາສາມາດເຮັດຫຍັງ ເພື່ອໃຫ້ອົງກອນນີ້ໄດ້ແດ່, ພາຍໃນ 2 ປີ ພວກເຮົາຈະສາມາດກ້າວເປັນຜູ້ຊໍານານໃນງານທີ່ເຮັດຢູ່ ແລະ ພາຍໃນ 5 ປີ ຈະໄດ້ເລື່ອນຕໍາແໜ່ງໄປຢູ່ໃນລະດັບທີ່ສູງຂຶ້ນ ຖ້າຫາກມີການຕັ້ງເປົ້າໝາຍເອົາໄວ້ເຊັ່ນນີ້ ໃນການເຮັດວຽກຂອງພວກເຮົາກໍຈະບໍ່ໜ້າເບື່ອໜ່າຍອີກຕໍ່ໄປ ອີກທັງຍັງເປັນການເພີ່ມແຮງກະຕຸ້ນໃຫ້ມີຄວາມໃສ່ໃຈໃນການເຮັດວຽກຫຼາຍຂຶ້ນ ເພື່ອໄດ້ບັນລຸຕາມເປົ້າໝາຍທີ່ຕົວເອງໄດ້ຕັ້ງເອົາໄວ້.


▶ ວາງແຜນສູ່ຄວາມສຳເລັດ:
ສິ່ງທີ່ຕ້ອງເຮັດຄືການວາງແຜນສູ່ຄວາມສຳເລັດວ່າວິທີການທີ່ຈະໄປເຖິງເປົ້າໝາຍນັ້ນມີຫຍັງແດ່? ທ່ານຄວນຈະວາງແຜນ ແລະ ຕັ້ງເປົ້າໝາຍເປັນແຕ່ລະອາທິດ, ແຕ່ລະເດືອນ ແລະ ແຕ່ລະປີ ວ່າຈະເຮັດແນວໃດເພື່ອຈະພັດທະນາກ້າວໄປສູ່ຄວາມສຳເລັດໃຫ້ໄດ້.
▶ ການພັດທະນາຕົວເອງ:
ເປັນອີກກ້າວໜຶ່ງໃນການສ້າງແຮງຈູງໃຈ ເພາະຖ້າທ່ານມີການພັດທະນາຕົວເອງຢູ່ສະເໝີ ຜົນທີ່ເກີດຂຶ້ນກັບຕົວທ່ານແມ່ນທ່ານສາມາດສ້າງວຽກທີ່ດີ, ມີຄຸນນະພາບໃຫ້ກັບອົງກອນໄດ້ ແລະ ຄວາມຮູ້ເຫຼົ່ານັ້ນຈະເຮັດໃຫ້ທ່ານກາຍເປັນຄົນທີ່ມີຄວາມຮູ້ເພີ່ມຂຶ້ນ ແລະ ເພີ່ມຄວາມໜ້າເຊື່ອຖື ແລະ ສ້າງສັກກະຍະພາບໃຫ້ກັບຕົວທ່ານເອງ.
▶ ການຄິດບວກເປັນການສ້າງແຮງຜັກດັນທີ່ດີໃນການເຮັດວຽກ:
ໃນເມື່ອວຽກມີບັນຫາ ຫຼື ຫາກທ່ານກຳລັງມີບັນຫາກັບວຽກທີ່ເຮັດ ຫາກທ່ານຄິດບວກເລື່ອງເຫຼົ່ານັ້ນກໍຈະກາຍເປັນເລື່ອງນ້ອຍໆ ແລະ ບັນຫາເຫຼົ່ານັ້ນຍັງເປັນເລື່ອງທີ່ຊ່ວຍທ່ານໄດ້ພັດທະນາຕົວເອງໄປໃນທາງທີ່ດີອີກດ້ວຍ.
▶ ແບ່ງຂອບເຂດລະ ຫວ່າງເລື່ອງງານກັບເລື່ອງສຳຄັນອື່ນໆ:
ນການເຮັດວຽກນັ້ນສ່ວນໜຶ່ງທີ່ເຮັດໃຫ້ເກີດຄວາມທໍ້ ຫຼື ສິ້ນຫວັງແມ່ນການບໍ່ຮູ້ຈັກການແບ່ງເວລາເຮັດໃຫ້ຕ້ອງຮັບພາລະແບກຮັບວຽກຫຼາຍໆຢ່າງເອົາໄວ້ພຽງຄົນດຽວ ເຊິ່ງການເຮັດວຽກດັ່ງກ່າວຈະເຮັດໃຫ້ທ່ານຮູ້ສຶກບໍ່ມີເວລາໃນການເຮັດວຽກອື່ນໆ, ດັ່ງນັ້ນຄວນແຍກແບ່ງວຽກອອກເປັນສັດສ່ວນໃຫ້ດີ ເພື່ອບໍ່ຕ້ອງພົບກັບບັນຫາວຽກລົ້ນ ສົ່ງວຽກບໍ່ທັນຕາມກຳນົດ.
▶ ຮູ້ຈັກຮັບມືກັບຄວາມຜິດຫວັງ:
ຄວາມຜິດຫວັງສາມາດເກີດຂຶ້ນໄດ້ທຸກເວລາ ຫາກທ່ານມີການຕັ້ງຮັບທີ່ດີ ບໍ່ຄາດຫວັງກັບສິ່ງຕ່າງໆຫຼາຍເກີນໄປ ຈະຊ່ວຍໃຫ້ທ່ານບໍ່ຄຽດ ແລະ ເກີດຄວາມທໍ້ ໃນເວລາທີ່ເກີດຫຍັງຂຶ້ນທີ່ບໍ່ເປັນໄປຕາມຄາດການໄວ້ ທ່ານຈົ່ງປ່ຽນຄວາມຜິດຫວັງດັ່ງກ່າວມາເປັນພະລັງໃນການກ້າວເດີນຕໍ່ໄປ.
▶ ສ້າງຄວາມເປັນມືອາຊີບໃຫ້ກັບຕົວເອງ:
ເປັນການສະແດງຄວາມສາມາດໃຫ້ນາຍຈ້າງເຫັນເຖິງ ຄວາມສາມາດໃນການເຮັດວຽກຂອງທ່ານ ວ່າມີປະສິດທິພາບພຽງໃດ? ເຊິ່ງການເຮັດວຽກແບບມືອາຊີບນັ້ນຕ້ອງໄດ້ມາຈາກປະສົບການ, ການຮຽນຮູ້ພັດທະນາວຽກ, ມີມຸມມອງທີ່ກວ້າງໄກ, ການຄວບຄຸມສະຕິອາລົມໃນການເຮັດວຽກ, ການສື່ສານກັບຜູ້ຮ່ວມງານດ້ວຍຄວາມຈິງໃຈ ແລະ ສຸພາບອ່ອນໂຍນ, ການວາງຕົວໃຫ້ມີຄວາມໜ້າເຊື່ອຖື, ບໍ່ເອົາເລື່ອງວຽກມາປົນເລື່ອງສ່ວນຕົວ ແລະ ອື່ນໆ.
▶ ໃຫ້ລາງວັນກັບຕົວເອງ:
ຄວນມີເວລາພັກຜ່ອນ, ຮັບປະທານອາຫານທີ່ດີໆ, ໄປທ່ຽວຕ່າງຖິ່ນ ຫຼື ຕ່າງປະເທດ ເນື່ອງຈາກສະໝອງເຮັດວຽກມາໜັກຕ້ອງໃຫ້ສະໝອງໄດ້ພັກບໍ່ຄິດເລື່ອງວຽກ ເພາະເມື່ອທ່ານກັບມາຈະໄດ້ມີພະລັງສູ້ກັບວຽກໄດ້ດີຂຶ້ນ.